(ພາບ:tinmoi.vn)
(vovworld)- ວັນທີ 16/6, ໄດ້ເກີດການໃຊ້ຄວາມຮຸນແຮງອັນນອງເລືອດຢູ່ອີຣັກ ດ້ວຍການວາງລະເບີດຄັ້ງຕ່າງໆ ຊື່ງເຮັດໃຫ້ 120 ຄົນເສຍຊີວິດ ແລະ ຖືກບາດເຈັບ. ມີຜູ້ເສຍຊີວິດ ຢ່າງໜ້ອຍສຸດ 20 ຄົນ ແລະ 111 ຄົນຖືກບາດເຈັບ ໃນການວາງລະເບີດຄັ້ງຕ່າງໆເກີດຂຶ້ນຢູ່ 5 ນະຄອນທາງທິດໃຕ້ນະຄອນຫລວງແບກແດດ ຊື່ງແມ່ນເຂດມີຊາວມຸດຊະລິມນິກາຍຊີອະດຳລົງຊີວິດເປັນສ່ວນຫລາຍ. ບໍ່ທັນມີອົງການຈັດຕັ້ງໃດໆກ່າວຮັບຜິດຊອບຕໍ່ບັນດາເຫດການບຸກໂຈມຕີອັນນອງເລືອດດັ່ງກ່າວເທື່ອ ແຕ່ອາດຈະແມ່ນບັນດາກຸ່ມທະຫານກະບົດມີການພົວພັນກັບເຄືອຂ່າຍອານເກດາ ແມ່ນຜູ້ດຳເນີນ. ບັນດາກຸ່ມນີ້ເຄີຍດຳເນີນບັນດາການບຸກໂຈມຕີແນ່ໃສ່ຊາວມຸດຊະລິມນິກາຍຊີອະ ຢູ່ອີຣັກ. ເດືອນ 5/2013 ຜ່ານມາແມ່ນເດືອນທີ່ມີຜູ້ເສຍຊີວິດ ແລະ ຖືກບາດເຈັບຫລາຍກ່ວາໝູ່ນັບແຕ່ປີ 2008 ເປັນຕົ້ນມາດ້ວຍກ່ວາ 500 ຄົນເສຍຊີວິດ ອັນໄດ້ກໍ່ຄວາມວິຕົກກັງວົນກ່ຽວກັບໄພເກີດການຕໍ່ສູ້ດ້ານເຜົ່າພັນ ແລະ ພັກຝ່າຍຕ່າງໆຄືນໃໝ່ ທີ່ເຄີຍເກີດຂຶ້ນໃນຊຸມປີ 2006-2007.