ການໃຊ້ຄວາມຮຸນແຮງສືບຕໍ່ເກີດຂຶ້ນຢູ່ອີຣັກ

ການໃຊ້ຄວາມຮຸນແຮງສືບຕໍ່ເກີດຂຶ້ນຢູ່ອີຣັກ - ảnh 1
ພາບ:internet

(vovworld) -  ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ຫນ້ອຍ​ສຸດ​ 18 ຄົນ ​ແລະ ອີກ 36 ຄົນ​ຖືກ​ບາດ​ເຈັບ​ທີ່​ບັນດາ​ເຫດ​ບຸກ​ໂຈມ​ຕີ​ໃນ​ວັນ​ທີ 3/5 ຢູ່ ອີຣັກ. ຕາມ​ແຫ​ລ່ງຂ່າວ​ຈາກ​ກະຊວງ​ພາຍ​ໃນ​ອີ​ຣັກ​ໂດຍ​ບໍ່​ເຜີຍ​ຊື່​ໃຫ້​ຮູ້້ວ່າ: ​ໄດ້​ເກີດ​ເຫດ​ວາງ​ລະ​ເບີດ​ຢູ່​ມໍ່​ກັບ​ໂບດ​ອິດສະ​ລາມ​ນິກາຍ​ຊັນ​ນີ ແຫ່ງ​ຫນຶ່ງທາງ​ທິດ​ເຫນືອ​ນະຄອນຫລວງ ​ແບ​ກ​ແດດ ​ເຮັດ​ໃຫ້​ຢ່າງ​ຫນ້ອຍ​ສຸດ 5 ຄົນ​ເສຍ​ຊີວິດ ​ແລະ ອີກ 30 ຄົນ​ຖືກ​ບາ​ດ​​ເຈັບ. ​ໃນ​ຂະນະ​ນັ້ນ ​ແຫ​ລ່ງຂ່າວ​ຈາກ​ຕຳຫລວດ​ທ້ອງ​ຖິ່ນ​ໃຫ້​ຮູ້​ວ່າ: ມີ​ຕຳຫລວດ 9 ຄົນ​ເສຍ​ຊີວິດ ​ແລະ 6 ຄົນ​ຖືກ​ບາດ​ເຈັບ​ໃນ​ບັນດາ​ການ​ປະ​ທະ​ກັນ​ລະຫວ່າງ​ກຸ່ມ​ປະກອບ​ອາວຸດ ​ແລະ ຕຳຫລວດ​ຢູ່​ນະຄອນ Mosul ຫ່າງ​ຈາກ​ແບ​ກ​ແດດ​ທາງ​ທິດ​ຕາ​ເວັນ​ຕົກ​ສຽງ​ເຫນືອ ປະມານ 400 ກິ​ໂລ​ແມັດ. ຕາມ​ຄະນະ​ຜູ້ຕາງຫນ້າ​ຂອງ ສປຊ ປະຈຳ ອີຣັກ ​ແລ້ວ, ​ເດືອນ 4 ຜ່ານ​ມາ​ແມ່ນ​ເດືອນ​ມີ​ຈຳນວນຜູ້ຖືກ​ເສຍ​ຊີວິດ​ໃນ​ບັນດາ​ເຫດການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ​ອີ​ຣັກຫລາຍສຸດ​ນັບ​ແຕ່​ປີ 2008 ​ມາ​ຮອດ​ປະຈຸ​ບັນ ​ແມ່ນຂຶ້ນ​ເຖິງ712 ຄົນ.

 

ຂ່າວ/ບົດ​ອື່ນ