ກຳນົດຈຸດເວລາຈັດກອງປະຊຸມສຸດຍອດ 3 ຝ່າຍລັດເຊຍ - ຕວກກີ - ອີຣານ ກ່ຽວກັບຊີຣີ

(VOVWORLD) -ວັນທີ 15 ມີນາ, ກະຊວງການຕ່າງປະເທດຕວກກີ ໄດ້ແຈ້ງວ່າ, ທ່ານປະທານາທິບໍດີປະເທດນີ້ Tayyip Erdogan ຈະມີການປະຊຸມກັບຄູ່ຕຳແໜ່ງລັດເຊຍ ແລະ ອີຣານ

ກຳນົດຈຸດເວລາຈັດກອງປະຊຸມສຸດຍອດ 3 ຝ່າຍລັດເຊຍ - ຕວກກີ - ອີຣານ ກ່ຽວກັບຊີຣີ - ảnh 1 ກຳນົດຈຸດເວລາຈັດກອງປະຊຸມສຸດຍອດ 3 ຝ່າຍລັດເຊຍ - ຕວກກີ - ອີຣານ ກ່ຽວກັບຊີຣີ

(ພາບປະກອບ: AFP/TTXVN)

ທີ່ກອງປະຊຸມສຸດຍອດ 3 ຝ່າຍ ເພື່ອປຶກສາກ່ຽວກັບບັນຫາຊີຣີ, ເຊິ່ງຄາດວ່າຈະດຳເນີນໃນວັນທີ 04 ເມສາ ຈະມາເຖິງຢູ່ນະຄອນ Istanbul.

        ໂຄສົກກະຊວງການຕ່າງປະເທດຕວກກີ ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Tayyip Erdogan ຈະເປັນປະທານກອງປະຊຸມຄັ້ງນີ້ ແລະ ນີ້ກໍ່ແມ່ນຄັ້ງທີ 2 ທີ່ດຳເນີນກອງປະຊຸມສຸດຍອດ 3 ຝ່າຍຕວກກີ - ລັດເຊຍ - ອີຣານ ກ່ຽວກັບສະພາບການຢູ່ຊີຣີ ພາຍຫຼັງກອງປະຊຸມສຸດຍອດຄັ້ງທຳອິດ ເຊິ່ງຖືກດຳເນີນຢູ່ນະຄອນ Sochi ຂອງລັດເຊຍ ເມື່ອເດືອນ ພະຈິກ 2017. ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້ມີທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີອີຣານ Hassan Rouhani. ຄາດວ່າ, ການນຳ 3 ທ່ານຈະພ້ອມກັນມານະພະຍາຍາມຊອກຫາວິທີເພື່ອຢຸດຕິການປະທະກັນທີ່ແກ່ຍາວຢູ່ປະເທດຕາເວັນອອກກາງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ