ກ່ຳປັ່ນກອງທັບເຮືອອິນເດີຍຢ້ຽມຢາມຫວຽດນາມ

ກ່ຳປັ່ນກອງທັບເຮືອອິນເດີຍຢ້ຽມຢາມຫວຽດນາມ - ảnh 1
(ກ່ຳປັ່ນກອງທັບເຮືອອິນເດີຍຢ້ຽມຢາມຫວຽດນາມ)

(vovworld) - ​​​ ​ໂດຍ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ລັດ​ຖະ​ບານ​ຫວຽດ​ນາມ, ກ່ຳ​ປັ່ນ SAMRAT ຂອງ​ກຳ​ລັງ​ປ້ອງ​ກັນ​ອິນ​ເດຍ ໄດ້​ມີ​ການ​ຢ້ຽມ​ຢ​າມ​ມິດ​ຕະ​ພາບ​ຫວຽດ​ນາມ ແລະ ກອງ​ບັນ​ຊາ​ການ​​ຕຳ​ຫຼ​ວດ​ທະ​ເລ ຢູ່​ນະ​ຄອນ​ດ່ານັ້ງ ໃນ​ລະ​ຫວ່າງວັນ​ທີ 23 – 27/10. ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມ​ມິ​ດ​ຕະ​ພາບ​ນະ​ຄອນ​ດ່ານັ້ງ, ຜູ້​ບັນ​ຊາ​ການ ແລະ ນາຍ​ທະ​ຫານ​ກ່ຳ​ປັ່ນ SAMRAT ຈະ​ເຂົ້າ​ຢ້ຽມ​ຂ່ຳ​ນັບກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 5, ກອງ​ບັນ​ຊາ​ການ​ຕຳຫຼວດ​ທະ​ເລ​ຫວຽດ​ນາມ, ການ​ນຳ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ດ່ານັ້ງ, ເຮັດ​ວຽກ​ກັບກອງ​ບັນ​ຊາ​ການ​​ຕຳ​ຫຼວດ​ທະ​ເລ​ເຂດ 2 ແລະ ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​​ຕ່າງໆ​ຢູ່​ທີ່ນີ້. 2 ຝ່າຍກໍ່​ດຳ​ເນີນ​ການ​ຝືກ​ຊ້ອມ​ການ​ຊອກ​ຫາ ແລະ ກູ້​ໄພ​ກູ້​ຊີບ​ບົນ​ທະ​ເລ.


ຂ່າວ/ບົດ​ອື່ນ