ຂົນຂວາຍກໍ່ສ້າງໂຮງຮຽນ ປະຖົມໃນເກາະຊິງໂຕ່ນ

ຂົນຂວາຍກໍ່ສ້າງໂຮງຮຽນ ປະຖົມໃນເກາະຊິງໂຕ່ນ  - ảnh 1
ເກາະ​ຊິງໂຕ່ນ

(ພາບ: wikimapia.org)

(vovworld)-ຕອນ​ເຊົ້າວັນ​ທີ 30/8, ຢູ່​ນະຄອນ​ໂຮ່ຈິ​ມິນ, ລາຍການ “​ເພື່ອ​ນັກຮຽນ​ເຈື່ອງ​ຊາ​ທີ່​ຮັກ​ແພງ“ ​ໄລຍະ 2 ​ໄດ້​ຮັບ​ການ​ປະກາດ​ເພື່ອ​ແນ​ໃສ່ ຂົນ​ຂາວ​ຍກໍ່ສ້າງ​ໂຮງຮຽນ​ປະຖົມ​ໃນ​ເກາະ​ຊິງໂຕ່ນ ​ເມືອງ​ເຈື່ອງ​ຊາ, ​ແຂວງ​ແຄງ​ຮວາ. ລາຍການ“​ເພື່ອ​ນັກຮຽນ​ເຈື່ອງ​ຊາ​ທີ່​ຮັກ​ແພງ“ ​ໄລຍະ 1 ​ໄດ້​ຂົນຂວາຍ​ການ​ອຸປະຖຳ​ເພື່ອ​ກໍ່ສ້າງ​ໂຮງຮຽນ​ປະຖົມ​ເທດສະບານ​ເມືອງ​ເຈື່ອງ​ຊາ ຊື່​ງ​ແມ່ນ​ໂຮງຮຽນ​ແຫ່ງ​ທຳ​ອິດ​ໃນ​ເຂດ​ໝູາ​ເກາະ​ເຈື່ອງ​ຊາ. ​ໃນ​ໄລຍະ 2, ລາຍການ​ປາດ​ຖະໜວ່າຈະ​ຂົນຂວາຍ​ເງິນ​ເພື່ອ​ກໍ່ສ້າງ​ໂຮງຮຽນອີກ​ແຫ່ງ 1 ​ໃຫ້​ແກ່​ເດັກ​ນ້ອຍ​ໃນ​​ເກາະ​ຊິງ​ໂຕ່ນ. ທ່ານ​ນາງ​ເຈືອງ​ໝີ໋​ຮວາ ອະດີດ​ຮອງ​ປະ​ທານ​ປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

  “ພໍ່​ແມ່​ຂອງ​ພວກ​ນ້ອງ​ເວົ້າວ່າ ຕ້ອງ​ໃຫ້​ລູກ​ຫຼານ​ໄປ​ຮຽນ​ໜັງສື. ບໍ່​ພຽງ​ແຕ່​ເກາະ​ຊິງ​ໂຕ່ນ​ເທົ່າ​ນັ້ນ, ຫາກ​ເກາະ​ແຫ່ງອື່ນໆ​ກໍ່​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ກໍ່ສ້າງ​ໂຮງຮຽນ​ໃຫ້​ເດັກ​ນ້ອຍ. ​​ໂຮງຮຽນ​ໃນ​ເກາະ​ເຈື່ອງ​ຊາ​ໃຫ່ຍ ​ແມ່ນ​ໂຮງຮຽນ​ທຳ​ອິດ​ເພື່ອ​ເປີດສາກ​ລະບົບ​ການ​ສຶກສາ​ໃນ​ເກາະ​ເຈື່ອງ​ຊາ“.

ຂ່າວ/ບົດ​ອື່ນ