ຂະບວນການອ້າຍນ້ອງ ຊາວມຸດຊະລິມແມ່ນ “ອົງການກໍ່ການຮ້າຍ“
ທ່ານນາຍົກລັດຖະມົນຕີ Hazem Beblawi
(ພາບ: tin247.com)
(vovworld)- ວັນທີ 24/12, ສຳນັກຂ່າວສານແຫ່ງຊາດ MENA ຂອງອີຢີບ ໄດ້ຄັດສະເໜີຄຳເວົ້າຂອງໂຄສົກຂອງນາຍົກລັດຖະມົນຕີປະເທດນີ້, ໂດຍໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ Hazem Beblawi ໄດ້ປະກາດວ່າ: ຂະບວນການອ້າຍນ້ອງຊາວມຸດຊະລິມແມ່ນ “ອົງການກໍ່ການຮ້າຍ“. ຂໍ້ໃຫ້ສັງເກດດັ່ງກ່າວຂອງທ່ານນາຍົກລັດຖະມົນຕີອີຢີບ ໄດ້ຍົກອອກມາພາຍຫຼັງພຽງ 2,3 ຊົ່ວໂມງທີ່ເຫດລະເບີດແຕກເກີດຂຶ້ນຢູ່ສຳນັກງານຢູ່ນະຄອນ Mansoura, ທາງທິດເໜືອນະຄອນຫຼວງ Cairo ຊື່ງໄດ້ເຮັດໃຫ້ 14 ຄົນເສຍຊີວິດ ແລະ ອີກ 90 ຄົນຖືກບາດເຈັບ, ໃນນັ້ນສ່ວນຫຼາຍແມ່ນຕຳຫຼວດ. ວົງການເຈົ້າໜ້າທີ່ອີຢີບ ຍາມໃດກໍ່ກ່າວເຕືອນວ່າ ຂະບວນການອ້າຍນ້ອງຊາວມຸດຊະລິມ ໄດ້ອຸປະຖຳ ແລະ ຝຶກອົບຮົມເພື່ອໃຫ້ບັນດາມືປືນປຸກລະດົມການບຸກໂຈມຕີແນ່ໃສ່ກຳລັງປ້ອງກັນຄວາມສະຫງົບໃນແຫຼມ Sinai ເປັນປະຈຳ. ປະຈຸບັນ, ບໍ່ທັນມີປະຕິກິລິຍາຈາກຂະບວນການອ້າຍນ້ອງຊາວມຸດຊະລິມ ພາຍຫຼັງຄຳປະກາດຂອງທ່ານນາຍົກລັດຖະມົນຕີ Hazem Beblawi ເທື່ອ./.