ຂະບວນການແຂ່ງຂັນຂະແໜງຍຸດຕິທຳຕ້ອງໄດ້ຮັກສາເປັນປະຈຳແລະຮອບດ້ານ

ຂະບວນການແຂ່ງຂັນຂະແໜງຍຸດຕິທຳຕ້ອງໄດ້ຮັກສາເປັນປະຈຳແລະຮອບດ້ານ - ảnh 1
ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ຂະ​ແໜງ​ຕຸລາການ​ຄັ້ງ​ທີ 4
(ພາບ:qdnd.vn)

(vovworld) –​​     ຕອນ​ເຊົ້າ​ວັນ​ທີ 24/8 ຢູ່ຮ່າ​ໂນ້ຍ, ກະຊວງ​ຍຸດຕິ​ທຳຈັດ​ຕັ້ງກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ຂະ​ແໜງ​ຕຸລາການ​ຄັ້ງ​ທີ 4. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ​ໃຫຍ່, ທ່ານ ຮ່າ​ຮຸ່ງ​ເກື່ອງ ລັດຖະມົນຕີ​ວ່າການ​ກະຊວງ​ຍຸດຕິ​ທຳ ຢືນຢັນ​ວ່າ: ​ໂດຍ​ຜ່ານ​ຂະ​ບວນການ​ແຂ່ງຂັນ, ບັນດາ​ຂົງ​ເຂດ​ເຄື່ອນ​ໄຫວ​ຂອງ​ຂະ​ແໜງຍຸດຕິ​ທຳໄດ້​ຍູ້​ແຮງ, ບັນລຸ​ໄດ້​ປະສິດທິ​ຜົນ​ນັບ​ມື​້ນັບ​ສູງ​ກ່ວາ. ຜ່ານ​​ນັ້ນ ຈະ​ປະກອບສ່ວນ​ເຂົ້າ​ໃນ​ຜົນງານລວມ​ຕ່າງໆກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ປັບປຸງ​ດ້ານ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະ​ຫງົບ ​ແລະ ​ເພີ່ມ​ທະວີ​ທີ່​ຕັ້ງບົດບາດ​ດ້ານ​ການ​ທູດຂອງ​ປະ​ເທດ​ຊາດ​ຢ່າງ​ຕັ້ງໜ້າ.

        ກອງ​ປະຊຸມ​ໃຫຍ່​ໄດ້​ກຳນົດ​ໄລຍະ 2015 – 2020 ຂະ​ແໜງ​ ຍຸດຕິ​ທຳ ​ສຸມ​ໃສ່​ຈັດ​ຕັ້ງ​ບັນດາ​ຂະ​ບວນການ​ແຂ່ງຂັນ: ປັງ​ປຸງ, ບູລະນະລະບົບ​ການຈັດ​ຕັ້ງ​ຂະ​ແໜງ, ກໍ່ສ້າງຫົວໜ່ວຍ​​​ໂປ່​ງ​ໃສ, ​ເຂັ້ມ​ແຂງ; ​ເຮັດສຳ​ເລັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຂະ​ແໜງ​ຢ່າງ​ດີ​ເດັ່ນ; ສືບ​ຕໍ່​ປະຕິບັດ​ບັນດາ​ຂະ​ບວນການ​ແຂ້​ງຂັນ “ຂະ​ແໜງ​ຍຸດຕິ​ທຳ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະກອບສ່ວນ​ສ້າງ​ຊົນນະບົດ​ໃໝ່” ​ແລະ “ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດປະທານ ​ໂຮ່ຈີ​ມິນ”

ຂ່າວ/ບົດ​ອື່ນ