ຂະບວນການ “ເສື້ອເຫຼືອງ” ກວ່າ 1.000 ຄົນສືບຕໍ່ແຫ່ຂະບວນປະທ້ວງຢູ່ຝລັ່ງ

(VOVWORLD) -ຕຳຫຼວດຝລັ່ງ ໄດ້ນຳໃຊ້ລະເບີດແກັດນ້ຳຕາ ແລະ ສີດນ້ຳຢ່າງລຽນຕິດ ເພື່ອສະຫຼາຍກຸ່ມຄົນແຫ່ຂະບວນປະທ້ວງຂອງຂະບວນການ “ເສື້ອເຫຼືອງ” ຢູ່ບາງນະຄອນຂອງປະເທດນີ້ ໃນວັນທີ 28 ກັນຍາ.

ຄຳຖະແຫຼງຂອງຕຳຫຼວດນະຄອນ Toulouse ໃຫ້ຮູ້ວ່າ, ມີປະຊາຊົນເກືອບ 1.000 ຄົນໄດ້ແຫ່ຂະບວນປະທ້ວງຢູ່ນະຄອນທາງທິດຕາເວັນຕົກສ່ຽງໃຕ້ປະເທດຝລັ່ງ. ກຳລັງເຈົ້າໜ້າທີ່ໄດ້ຈັບຕົວ 5 ຄົນພາຍຫຼັງທີ່ມີບາງຄົນມານະພະຍາຍາມແກ່ວງວັດຖຸສິງຂອງໃສ່ຕຳຫຼວດ. ກຸ່ມຕິດຕາມການແຫ່ຂະບວນປະທ້ວງໃຫ້ຮູ້ວ່າ, ມີຜູ້ແຫ່ຂະບວນ 1 ຄົນຖືກຮັບບາດເຈັບ.

        ບັນດາການແຫ່ຂະບວນປະທ້ວງດັ່ງກ່າວຖືກດຳເນີນໃນ 2 ວັນ, ພາຍຫຼັງລັດຖະບານຝລັ່ງ ປະກາດຮ່າງງົບປະມານປີ 2020. ຮ່າງງົບປະມານລວມມີແຜນການຫຼຸດພາສີ 9,3 ຕື້ເອີໂລໃຫ້ບັນດາຄອບຄົວ, ໃນນັ້ນມີ 5 ຕື້ ເອີໂລ ແມ່ນໃຫ້ປະມານ 12 ລ້ານຄອບຄົວ ເຊິ່ງທ່ານປະທານາທິບໍດີ Emmanuel Macron ເຄີຍໃຫ້ຄຳໝັ້ນສັນຍາເພື່ອຢຸດຕິບັນດາການແຫ່ຂະບວນປະທ້ວງ.

ຕອບກັບ

ຂ່າວ/ບົດ​ອື່ນ