ຂະແໜງກະສິກຳຄວນສືບຕໍ່ຜັນຂະຫຍາຍແຜນຮ່າງສ້າງໂຄງປະກອບກະສິກຳຄືນໃໝ່ຢ່າງມີປະສິດທິຜົນ

ຂະແໜງກະສິກຳຄວນສືບຕໍ່ຜັນຂະຫຍາຍແຜນຮ່າງສ້າງໂຄງປະກອບກະສິກຳຄືນໃໝ່ຢ່າງມີປະສິດທິຜົນ - ảnh 1
ກອງ​ປະຊຸມ​ຖືກຈັດຕັ້ງໃນຕອນເຊົ້າວັນທີ 31/12
(ພາບ: VGP/Nhật Bắc)

(vovworld) – ຕອນ​ເຊົ້າ​ວັນ​ທີ 31/12, ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ທົ່ວ​ປະ​ເທດ​ສະຫລຸບ​ວຽກ​ງານ​ປີ 2013 ​ແລະ ຜັນ​ຂະຫຍາຍ​ແຜນການ​ປີ 2014 ຂອງ​ຂະ​ແໜງ​ກະສິກຳ ຊົນນະບົດ.

    ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ກະສິກຳ​ແມ່ນ​ເສົາ​ຄ້ຳ, ພື້ນຖານ​ໃຫ້​ແກ່​ການ​ພັດທະນາ, ດັ່ງ​ນັ້ນ, ຂະ​ແໜງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຄວນ​ສຸ​ມ​ໃສ່​ຜັນ​ຂະຫຍາຍແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳໃໝ່​ຢ່າງ​ຕັ້ງໜ້າ, ມີ​ປະສິດທິ​ຜົນ​​ ຕາມ​ທິດ​ມູນ​ຄ່າ​ເພີ່ມ​ສູງ ​ແລະ ພັດທະນາ​ແບບ​ຍືນ​ຍົງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຢັ້ງຢືນ​ວ່າ:

“ການສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃໝ່​ບໍ່​ອາດຕັດ​ແຍ​ກ​ອອກ​ຈາກ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຖ້າ​ບໍ່​ມີ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້ແມ່ນບໍ່​ອາດ​ສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃໝ່​ສຳ​ເລັ​ດຜົນ, ຍ້ອນ​ວ່າການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຈຶ່ງ​ລວມມີ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ - ສັງຄົມ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ປົກ​ປັກ​ຮັກສາ​ປະ​ເທ​ດຊາດ, ພັດທະນາ​ວັດທະນະທຳ, ສັງຄົມ. ​ແລະ​ກົງກັນຂ້າມ, ຖ້າຫາກບໍ່​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ຢ່າງ​ມີ​ປະສິດທິ​ຜົນ ຈະບໍ່​ບັນລຸ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ນີ້​ແມ່ນ​ພາ​ລະ​ກິດ​ຂອງທົ່ວ​ພັກ, ທົ່ວ​ກອງທັບ​ ​ແລະ ທົ່ວ​ປວງ​ຊົນ, ​ແມ່ນ​ໜ້າ​ທີ່​ການ​ເມືອງ​ອັນ​ດັບ​ໜຶ່ງ​ຂອງ​ປະ​ເທດ​ເຮົາ”

    ທ່ານ​ນາ​ຍົກ​ລັດຖະມົນຕີ​ກໍ່​ສະ​ເໜີ​​ໃຫ້​ຂະ​ແໜງກະສິກຳ ​ແລະ ຊົນນະບົດ​ວາງ​ອອກກົນ​ໄກ​ນະ​ໂຍບາຍ​ເພື່ອ​ແນ​ໃສ່​ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ການ​ການ​ຜະລິດ​ກະສິກຳ​ຢ່າງ​ແຂງແຮງ, ສ້າງ​ຕັ້ງ ​ແລະ ທະວີ​ຄູນບັນດາ​ຮູບ​ແບບ​ຮ່ວມ​ສຳພັນ​ການ​ຮ່ວ​ມມື​ຫຼາຍ​ຮູບ​ຫຼາຍ​ແບບ, ຈາກ​ຂ​ອດຜະລິດ, ປຸງ​ແຕ່ງ​ຕະຫຼອດ​ຮອດການ​ບໍລິ​ໂພ​ກອຸປະ​ໂພ​ກ, ສົ່ງ​ເສີມ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ໃນ​ເຂດ​ຊົນນະບົດ, ພິ​ເສດ​ແມ່ນ​ອຸດສາຫະກຳ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ​ທີ່​ດຶງ​ດູດ​ຄົນ​ງານ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ, ສຸມ​ໃສ່​ບຳລຸງ​ສ້າງ ສອນ​ວິຊາ​ຊີບ​ໃຫ້ຄົນ​ງານ​ຊົນນະບົດ ​ແລະ ດຶງ​ດູດ​ບັນດາ​ແຫຼ່ງກຳລັງ​ລົງທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ປະກອບສ່ວນ​ຫັນ​ປ່ຽນໂຄງ​ປະກອບ​ເສດຖະກິດ, ຫັນ​ປ່ຽນໂຄງປະກອບແຮງງານ​ຢູ່​ເຂ​ດຊົນນະບົດ.


ຂ່າວ/ບົດ​ອື່ນ