ປີ 2012, ຂະແໜງການເງິນສູ້ຊົນເພີ່ມລາຍຮັບງົບປະມານແຫ່ງລັດແຕ່ 5 - 8% ເມື່ອທຽບໃສ່ກັບເປົ້າໝາຍທີ່ສະພາແຫ່ງຊາດວາງອອກ, ຫຼຸດຜ່ອນລາຍຈາຍງົບປະມານເກີນດູນລົງເຫຼືອພຽງຕໍ່າກວ່າ 4,8% GDP, ປະຕິບັດການປະຕິຮູບ, ຄວບຄຸມລາຄາ ປະກອບສ່ວນປະຕິບັດຈຸດໝາຍຄອບຄຸມໄພເງິນເຟີ້ຕໍ່າກວ່າ 10%. ນີ້ແມ່ນຂໍ້ມູນຂ່າວທີ່ໄດ້ຍົກອອກມາຢູ່ກອງປະຊຸມຜັນຂະຫຍາຍໜ້າທີ່ການເງິນ - ງົບປະມາແຫ່ງລັດປີ 2012, ໂດຍກະຊວງການເງິນຈັດຕັ້ງໃນວັນທີ 24 ທັນວາ ຢູ່ ຮ່າໂນ້ຍ.
ປີ 2012, ຂະແໜງຈະສຸມໃສ່ປະຕິບັດນະໂຍບາຍປີການເງິນາຕາມທິດເຮັດແໜ້ນ, ສົບທົບກັບນະໂຍບາຍປີການເງິນ ກັບ ນະໂຍບາຍດ້ານເງິນຕາເພື່ອຄວບຄຸມໄພເງິນເຟີ້, ຣັກສາເສດຖະກິດມະຫາພາກເປັນປົກກະຕິ. ທ່ານລັດຖະມົນຕີກະຊວງການເງິນ ເວືອງດິງເຫວ ໄດ້ເນັ້ນໜັກວ່າ.
“ ໜ້າທີ່ຂອງຂະແໜງການເງິນປີ 2012 ຄຽງຂາງການສືບຕໍ່ຊີ້ນຳນະໂຍບາຍປີການເງິນ ແລະ ເງິນຕາຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນນັ້ນກໍ່ຄວນເອົາໃຈໃສ່ເຖິງບັນດາມາດຕະການການເງິນ, ງົບປະມານ, ເງິນຕາເພື່ອຊ່ວຍເຫຼືອວິສາຫະກິດແກ້ໄຂຄວາມຫຍຸ້ງຍາກ, ເພື່ອບັນລຸໄດ້ຈຸດໝາຍຈະເລີນເຕີບໂຕ. ຕາມທິດນີ້, ກະຊວງການເງິນພວມສ້າງນະໂຍບາຍແກ້ໄຂດ້ານການເງິນ, ຄົ້ນຄ້ວາຕໍ່ກຳນົດການເສຍພາສີອາກອນ ໃຫ້ແກ່ວິສາຫະກິດໂດຍອີ່ງໃສ່ສະພາບການຂອງປີ 2012 ” .