ຂະແໜງເອເລັກໂຕນິກຫວຽດນາມ ດຶງດູດບັນດານັກລົງທຶນສ.ເກົາຫຼີ

ຂະແໜງເອເລັກໂຕນິກຫວຽດນາມ ດຶງດູດບັນດານັກລົງທຶນສ.ເກົາຫຼີ - ảnh 1
( ພາບປະກອບຈາກອີນເຕີແນດ )

( vovworld ) - ທີ່​ການ​ພົບ​ປະ​ແລ​ກປ່ຽນ, ຊອກ​ຫາ​ຄູ່​ຮ່ວມ​ມື​ລະ​ຫວ່າງ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ​ສ​.​ເກົາຫຼີ ​ເຊິ່ງ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 16/2, ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ Jang Seok Jun, ຫົວໜ້າ​ໂຄງການ ​ແລະ ກຸ່ມ​ວິ​ສາ​ຫະກິດ​ທີ່​ຂື້ນ​ກັບ​ເຂດ​ວິທະຍຸ, ​ໂທລະພາບ ( ສະມາຄົມ​ວິ​ສາ​ຫະກິດ​ເອ​ເລັກ​ໂຕ​ນິກສ.​ເກົາຫຼີ ) ​ໃຫ້​ຮູ້​ວ່າ, ປະຈຸ​ບັນ​ບັນດາ​ວິ​ສາຫະກິດສ.​ເກົາຫຼີ ພວມ​ມີ​ທ່າ​ອ່ຽງຍ້າຍ​ບັນດາ​ໂຮງງານ​ຜະລິດ​ຈາກ​ຈີນ ​ແລະ ຢູ່​ບາງ​ປະ​ເທດ​ອື່ນ​ມາ​ຫວຽດນາມ, ​ເພາະ​ເຂົ້າ​​ເຈົ້າຕີ​ລາຄາ​ວ່າ ຫວຽດນາມ ມີ​ສະພາບ​ແວດ​ລ້ອມ ​ແລະ ​ເງື່ອນ​ໄຂສະດວກ​ເພື່ອ​ພັດທະນາ​ຂະ​ແໜງ​ເອ​ເລັກ​ໂຕ​ນິກ. ທ່ານ ​ເລງ​ອກ​ເຊີນ ປະທານ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ເອ​ເລັກ​ໂຕ​ນິກຫວຽດນາມ ​ໄດ້​ຖື​ວ່າ, ຂະ​ແໜງເອ​ເລັກ​ໂຕ​ນິກຫວຽດນາມ​ມີ​ກາລະ​ໂອກາດ​ພັດທະນາ​ທີ່​ສຸດ​ຖ້າ​ຫາກ​ກຳແໜ້ນ ​ແລະ ນຳ​ໃຊ້​ການ​ລົງທຶນ​ຈາກ​ຍີ່​ປຸນ ​ແລະ ສ.​ເກົາຫຼີ​ຢ່າງ​ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​ມີ​ຄວາມ​ສະດວກ​ກ່ຽວ​ກັບ​ການ​ຮ່ວມ​ມື​ຮັບຜະລິດຊິ້ນ​ສ່ວນ, ດຳ​ເນີນ​ທຸ​ລະ​ກິດ​ຜະລິດ​ຕະພັນ, ລົງທຶນ​ຜະລິດ​ເພື່ອສົ່ງ​ອອກ, ຮັບ​ການຖ່າຍ​ຖອດ​ເຕັກ​ໂນ​ໂລ​ຊີ … ທ່ານ ​ເລງ​ອກ​ເຊີນ ​​ຖື​ວ່າ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ວິ​ສາ​ຫະກິດ​ທີ່​ຂື້ນ​ກັບຂົງ​ເຂດ​ເອ​ເລັກ​ໂຕ​ນິກຂອງຫວຽດນາມ ຈະ​ໄດ້​ຮັບ​ການ​ພັດທະນາ​ກວ່າ​ອີກ ​ເມື່ອ​ບັນດາ​ວິ​ສາ​ຫະກິດ​ພວມ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຫັນ​ອົງ​ປະກອບ​ການ​ຜະລິດ, ຈາກ​ທິດ​ພຽງ​ແຕ່​ຜະລິດ, ປະກອບ​​, ດຳ​ເນີນ​ທຸ​ລະ​ກິດ​ບັນດາຜະລິດ​ຕະພັນ​ທົ່ວ​ໄປ, ມາສູ່​ການ​ຜະລິດ ຜະລິດ​ຕະພັນ​ຮັບ​ໃຊ້​ສະ​ເພາະ ​ແລະສຸມ​ໃສ່​ເຂົາ​ໃນການ​ຜະລິດ​ເຄື່ອງ​ອຸປະກອນ​ຮັບ​ໃຊ້​ໃຫ້​ແກ່​ຂະ​ແໜງ​ອຸດສາຫະກຳ, ສາທາລະນະ​ສຸກ …

ຂ່າວ/ບົດ​ອື່ນ