ຂ້າຫຼວງໃຫຍ່ຮັບຜິດຊອບການ ພັດທະນາຂອງ EU ມາຢ້ຽມຢາມ ຫວຽດນາມ

ຂ້າຫຼວງໃຫຍ່ຮັບຜິດຊອບການ ພັດທະນາຂອງ EU ມາຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ຕ້ອນຮັບ​ທ່ານ Andris Piebalgs
( ພາບ: chinhphu.vn )

( vovworld ) – ຕອນ​ບ່າຍ​ວັນ​ທີ 28/3, ຢູ່​ຮ່າ​ໂນ້ຍ, ​​​ເມື່ອໃຫ້ການ​ຕ້ອນຮັບ​ທ່ານ Andris Piebalgs, ຂ້າ​ຫຼວງ​ໃຫຍ່​ຜູ້ຮັບຜິດຊອບການ​ພັດທະນາ​ຂອງສະຫະພາບ​ເອີ​ລົບ ( EU ) ທີ່​ພ້ວມຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ ​ແລະ EU ​ໃນ​ໄລຍະ​ທີ່​ຜ່ານ​ມາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ປາ​ຖະໜາ​ວ່າ EU ຈະຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ບັນດາ​ບັນຫາ​​ເສດຖະກິດ​ກວ່າ​ອີກ. ທ່ານ Andris Piebalgs ​ໄດ້​ຢືນຢັນ​ວ່າ ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳຄັນ. EU ປາ​ຖະໜາ​ຢາກ​ເປີດ​ກວ້າງ​ການ​ພົວພັນ​ກັບ​ບັນດາ​ຕະຫຼາດ​ທີ່​ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນຄື​ຫວຽດນາມ ​ເພື່ອ​ແນ​ໃສ່​ຊຸກຍູ້​ການລົງທຶນ, ການ​ຄ້າ, ປະກອບສ່ວນ​ແກ້​ໄຂ​ບັນດາ​ບັນຫາພາຍ​ໃນ​ EU ພ້ອມ​ກັນ​ນັ້ນ​ຜ່ານ​ການ​ຢ້ຽມຢາມ​ຄັ້ງນີ້, EU ຢາກ​ຕີ​ລາຄາຄືນ​ໃໝ່ຍຸດ​ທະ​ສາດສະໜອງ​​ແຫຼ່ງທຶນ ODA ​ໃຫ້​ແກ່​​ປະ​ເທດຕ່າງໆ, ​ໃນ​ນັ້ນ​ມີ​ຫວຽດນາມ.

ຂ່າວ/ບົດ​ອື່ນ