ຄັດເລືອກຜູ້ອາສາສະໝັກຮັບໃຊ້ສັບປະດາຂັ້ນສູງ APEC ຢູ່ ດ່າໜັງ

(VOVWORLD) - ສັບປະດາຂັ້ນສູງ APEC ຈະດຳເນີນຢູ່ ດ່າໜັງ ໃນເດືອນ ພະຈິກ ຈະມາເຖິງ ແມ່ນເຫດການພົວພັນຕ່າງປະເທດສຳຄັນທີ່ສຸດຂອງນະຄອນ ດ່າໜັງ ກໍ່ຄືຂອງ ຫວຽດນາມ ໃນປີ 2017. 
ຄັດເລືອກຜູ້ອາສາສະໝັກຮັບໃຊ້ສັບປະດາຂັ້ນສູງ APEC ຢູ່ ດ່າໜັງ - ảnh 1 ນະຄອນ ດ່າໜັງ (ພາບ: TTXVN)

ດ່າໜັງ ເປັນທ້ອງຖິ່ນເປັນເຈົ້າພາບຈັດຕັ້ງ, ພ້ອມກັບວຽກງານຮັບປະກັນພື້ໜຖານດ້ານວັດຖຸ, ນະຄອນ ດ່າໜັງ ຍັງຄັດເລືອກບັນດາຜູ້ ອາສາສະໝັກດີທີ່ສຸດ ເພື່ອຮັບໃຊ້ໃຫ້ເຫດການສຳຄັນຍິ່ງນີ້. ບັນດາການເຄື່ອນໄຫວຄັດເລືອກໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ ໃນຂອບເຂດສັບປະດາຂັ້ນສູງ APEC 2017 ຢູ່ ດ່າໜັງ. ພາຍຫລັງຜ່ານຮອບສຳພາດແລ້ວ ບັນດາຜູ້ອາສາສະໝັກໄດ້ຮັບການຄັດເລືອກນັ້ນ ຈະເຂົ້າຮ່ວມຊຸດອົບຮົມ ໂດຍຄະນະກຳມະການແຫ່ງຊາດ APEC ຈັດຕັ້ງ, ຄາດວ່າ ຈະດຳເນີນໄປໃນກາງເດືອນ ຕຸລາ.

        ຖັນແຖວຜູ້ອາສາສະໝັກ ແມ່ນໜຶ່ງໃນບັນດາປັດໃຈສຳຄັນ ປະກອບສ່ວນເຂົ້າໃນຜົນສຳເລັດໃຫ້ສັບປະດາຂັ້ນສູງ APEC 2017 ຢູ່ ດ່າໜັງ.

ຕອບກັບ

ຂ່າວ/ບົດ​ອື່ນ