ຄົ້ນຄວ້ານະໂຍບາຍກ່ຽວກັບການພັດທະນາແຫຼ່ງຊັບພະຍາຍາກອນມະນຸດຂັ້ນສູງຢູ່ຫວຽດນາມ

ຄົ້ນຄວ້ານະໂຍບາຍກ່ຽວກັບການພັດທະນາແຫຼ່ງຊັບພະຍາຍາກອນມະນຸດຂັ້ນສູງຢູ່ຫວຽດນາມ - ảnh 1
(ພາບ​ປະ​ກອບ:vneconomy.vn)

(vovworld) - ໃນ​ຂອບ​ເຂດ​ໂຄງ​ການ “ລາຍ​ການ​ຄູ່​ຮ່ວມ​ມື​ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ພັດ​ທະ​ນາ ເພື່ອ​ວິ​ໄສ​ທັດ​ຫວຽດ​ນາມ”. ວັນ​ທີ 18/10, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ ໄດ້​ສົມ​ທົບ​ກັບ​ອົງ​ການ​​ຮ່ວມ​ມືພັດ​ທະ​ນາ​ສ.ເກົາ​ຫຼີ (KOICA) ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສະ​ຫຼຸບ​ການ​ຄົ້ນ​ຄວ້າ ດ້ວຍ​ຫົວ​ຂໍ້​ວ່າ “ພັດ​ທະ​ນາແຫຼ່ງ​​ຊັບ​ພະ​ຍາຍາ​ກອນ​ມະ​ນຸດ​ຂັ້ນ​ສູງ”. ກອງ​ປະ​ຊຸມ​ສຳ​ມະ​ນາ​ແມ່ນ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ບັນ​ດານ​ັກ​ວາງ​ແຜນ​ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ຂອງ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ພ້ອມ​ກັນ​ແລກ​ປ່ຽນ, ແບ່ງ​ປັນ​ຄວາ​ມ​ຮູ້, ບົດ​ຮຽນ​ໃນ​ການ​ພັດ​ທະ​ນາ, ຜ່ານນັ້ນ, ຈະ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ວິ​ວັດ​ການ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​​​ຂັ້ນສູ​ງ​ຂອງ​ຫວຽດ​ນາມ. ພ້ອມ​ກັນ​ນັ້ນ, ໝາກ​ຜົນ​ການ​ຄົ້ນ​ຄວ້າລວມນີ້​ຈະ​ປະ​ກອບ​ສ່ວນ​​ຢ່າງ​ມີ​ປະ​ສິດ​ທ​ິ​ຜົນ​ໃນ​ການເປັນ​ເສ​ນາ​ທິ​ການ​ໃຫ້​ບັນ​ດາ​ອົງ​ການ​ສູນ​ກາງ ແລະ ທ້ອງ​ຖິ່ນ​ໃນ​ວິ​ວັດ​ການ​ວາງ​ແຜນ ແລະ ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເວົ້າ​ລວມ ແລະ ພັດ​ທະ​ນາ​ແຫຼ່ງ​​ຊັບ​ພະ​ຍາຍາ​ກອນ​ມະ​ນຸດ​ຂັ້ນສູງ​ເວົ້າ​ສະ​ເພາະ. ໝາກ​ຜົນ​ການ​ຄົ້ນ​ຄວ້າ ແລະ ບັນ​ດາ​ຂໍ້​ສະ​ເໜີ​ແນະ​, ນະ​ໂຍ​ບາຍຂອງ​ໂຄງ​ການນີ້ ຈະ​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ສຳ​ເລັດຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ໄລ​ຍະ 2010 – 2020 ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ