ຄວາມຮູ້ສຶກຂອງຊາວຕ່າງປະເທດກ່ຽວກັບບຸນປີໃໝ່ປະຈຳຊາດຫວຽດນາມ

ຄວາມຮູ້ສຶກຂອງຊາວຕ່າງປະເທດກ່ຽວກັບບຸນປີໃໝ່ປະຈຳຊາດຫວຽດນາມ - ảnh 1
ພາບປະກອບ

(vovworld) -​ໃນ​ໂອກາດບຸນປີ​ໃໝ່​ປະຈຳ​ຊາດ ປີ​ມະ​ເມຍ 2014, ຢູ່​ນະຄອນ ​ເກິ່ນ​ເທີ ມີ​ຊາວ​ຕ່າງປະ​ເທດ​ຫຼາຍ​ຄົນ​ມາ​ເຮັດ​ວຽກ ​ແລະ ທ່ອງ​ທ່ຽວ. ສຳລັບ​ເຂົາ​ເຈົ້າ​ແລ້ວ, ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ຫວຽດນາມ ທັງ​ໃກ້ຊິດ ​ແລະ ສະໜິດສະໜົມ. ມີນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ສະ​ແດງ​ຄວາມ​ນິຍົມ ​ເມື່ອ​ໄດ້​ຕ້ອນຮັບ​ບຸນປີ​​ໃໝ່​ຂອງ​ຫວຽດນາມ. ສາດສະດາຈານຂະ​ແໜງ​ການ​ແພດ​ຝລັ່ງ Pie Jolone, ຜູ້​ທີ່​​ເຄີຍມາ​ສິດສອນ​ຢູ່​ມະຫາວິທະຍາ​ໄລ​ການ​ແພດ ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈີ​ມິນ​ຫຼາຍ​ເທື່ອ​ໃນ 20 ປີ​ທີ່​ຜ່ານ​ມາ, ​ແບ່ງປັນ​ວ່າ:

        “ຄວາມ​ຮູ້ສຶກ​ຂອງ​ຂ້າພະ​ເຈົ້າ​ແມ່ນ​ພິ​ເສດ​ທີ່​ສຸດ, ຂ້າພະ​ເຈົ້າ​ມັກ​ອາຫານ​ຫວຽດນາມ​ທີ່​ສຸດ. ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ມີ​ໂອກາດ​ໄດ້​ມາ​ຫວຽດນາມ​ຫຼາຍ​ເທື່ອ​​ເພື່ອ​ຕ້ອນຮັບ​ປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ“.

        ສ່ວນ​ອ້າຍ Eli Almi ມາ​ຈາກ​ອົດ​ສະ​ຕາ​ລີ ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ເທື່ອ​ທີ 2 ທີ່​ອ້າຍ​ໄດ້​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ

        “ປີ​ໃໝ່​ຂ້າພະ​ເຈົ້າ​ຢາກ​ໄປ​ຄົ້ນ​ຫາ​ບັນດາ​ໝູ່​ບ້ານ​ຢູ່​ຫວຽດນາມ, ພິ​ເສດ​ແມ່ນ​ໝູ່​ບ້ານ​ລ້ຽງ​ປາ ​ເພື່ອ​ພົບ​ປະ​ໂອ້​ລົມ ​ແລະ ມ່ວນ​ຊື່ນ​ພ້ອມ​ກັບ​ເຂົາ​ເຈົ້າ. ຂ້າພະ​ເຈົ້າ​ກໍ່​ປາຖະໜາ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ“.

ຂ່າວ/ບົດ​ອື່ນ