ໄຊຊະນະດ້ຽນບຽນຝູທາງອາກາດ
(ພາບ:tamnhin.net)
(VOV)- ເດືອນ 10/1972, ຕາມການຕົກລົງກັນລະຫວ່າງຫວຽດນາມ ແລະ ອາເມລິກາ, ສອງຝ່າຍຕ້ອງເຊັນສັນຍາຢຸດຕິສົງຄາມ, ສ້າງສັນຕິພາບຢູ່ຫວຽດນາມ ຄືນໃໝ່ ແຕ່ຝ່າຍອາເມລິກາ ພັດບໍ່ປະຕິບັດ ແລະ ໄດ້ສົ່ງເຮືອບິນ B52 ມາຖີ້ມລະເບີດຢູ່ນະຄອນຮ່າໂນ້ຍ ແລະ ຫາຍຟອງ. ແຕ່ການບຸກໂຈມຕີທາງອາກາດນີ້ຂອງອາເມລິກາ ໄດ້ຖືກປະລາໄຊໄປຢ່າງຊີ້ນເຊິງ, ເຮືອບິນທັນສະໄໝຂອງອາເມລິກາ 81 ລຳຖືກຍິງຕົກ ແລະ ນັກບິນອາເມລິກາ ຫຼາຍຄົນຖືກດັບສູນ ແລະ ຈັບຕົວ. ໄຊຊະນະດ້ຽນບຽນຝູ ທາງອາກາດປີ 1972 ມີຄວາມໝາຍຕີປະລາໄຊເຈດຈຳນົງຢາກສືບຕໍ່ດຳເນີນສົງຄາມຮຸກຮານຂອງຈັກກະພັດອາເມລິກາ, ບັງຄັບໃຫ້ເຂົາເຈົ້າຕ້ອງກັບຄືນສູ່ໂຕະເຈລະຈາ ແລະ ເຊັນສັນຍາປາຣີ ໃນວັນທີ 27/1/1973.
ໂດຍໄດ້ທຳການສູ້ຮົບຢ່າງພິລະອາດຫານໃນເວລາ 12 ວັນ ແລະ ຄືນ (18/12-29/1/1972), ກອງທັບ ແລະ ປະຊາຊົນຮ່າໂນ້ຍ, ຫາຍຟອງ ໄດ້ສ້າງບັນຮົບ “ດ້ຽນບຽນຝູທາງອາກາດ“ ດັ່ງກ້ອງກັງວານ, ບັງຄັບໃຫ້ຝ່າຍອາເມລິກາ ຕ້ອງ “ຍອມປະລາໄຊ“ ໃນເຂດນ່ານຟ້າຮ່າໂນ້ຍ. ຮອງສາດສະດາຈານ, ດຣ Nguyen Manh Ha ຫົວໜ້າສະຖາບັນປະຫວັດສາດພັກໃຫ້ຮູ້ວ່າ:
“ໄຊນະນະບັ້ນຮົບດ້ຽນບຽນຝູເມື່ອປີ 1954 ໄດ້ເຮັດໃຫ້ພວກລ່າເມືອງຂຶ້ນຝະລັ່ງ ຖືກປະລາໄຊໄປ. ຕ້ອງນັ່ງເຂົ້າໃນໂຕະເຈລະຈາກັບຫວຽດນາມ ຢູ່ກອງປະຊຸມເຊີແນວ ແລະ ເຊັນສັນຍາເຊີແນວ ກັບຫວຽດນາມ ເມື່ອເດືອນ 7/1954. ໄຊນະນະຂອງຫວຽດນາມ ໃນ 12 ວັນ ແລະ ຄືນທ້າຍປີ 1972 ກໍ່ມີຄວາມໝາຍເຊັ່ນດຽວກັນ. ເຫດການ 12 ວັນ ແລະ ຄືນມີຄວາມໝາຍຄືກັນກັບບັ້ນຮົບດ່ຽນບຽນຝູ ຢູ່ບ່ອນວ່າ: ມັນໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຍາດເອົາໄຊຊະນະຂອງຊາດຫວຽດນາມ, ນັ້ນແມ່ນບໍ່ຍອມຈຳນົນຕໍ່ບໍ່ວ່າກຳລັງທະຫານໃດ, ນັບທັງເຮືອບິນຍຸດທະສາດ B52“.