ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຝລັ່ງ

ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຝລັ່ງ - ảnh 1
ທ່ານ ຮວີ່ນດາມ ມອບຂອງຂວັນທີ່ລະນຶກໃຫ້ແກ່ຜູ້ຕາງໜ້າພັກກອມມູນິດ ຝຣັ່ງ
(ພາບ: Lê Hà/Vietnam+)

(vovworld) – “ປະທານາທິບໍດີ ​ແລະ ຊາວ​ຝລັ່ງ ລ້ວນ​ແຕ່​ປາຖະໜາ​ຢາກ​ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຫວຽດນາມ ທາງ​ດ້ານ​ເສດຖະກິດ, ການ​ເມືອງ, ວັດທະນະທຳ ​ແລະ ການ​ສຶກສາກ​ວ່າ​ອີກ“. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ Jean Paul Delevoye, ປະທານ​ສະພາ​ເສດຖະກິດ - ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ​ຝລັ່ງ, ​ໃນ​ການ​ຕ້ອນຮັບຄະນະ​ຜູ້​ແທນ​ຄະນະກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໂດຍ​ທ່ານປະທານ ຮວີ່ນດາມ ນຳ​ໜ້າ​ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຝລັ່ງ. ທີ່​ການ​ເຮັດ​ວຽກ, ທ່ານ​ປະທານຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດຮວີ່ນດາມ ຫວັງ​ວ່າ ສອງ​ອົງການ​ຈະ​ຊຸກຍູ້​ການ​ຮ່ວມ​ມື ​ເພື່ອ​ຊອກ​ຫາ​ບັນດາ​ມາດ​ຕະການ​ດີ​ທີ​ສຸດ​ໃຫ້​ແກ່​ບັນດາ​ບັນຫາ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການ​ພັດທະນາ​ເສດຖະກິດ​ເພື່ອ​ຜ່ານ​ຜ່າ​ວິ​ກິດ​ການ…

“ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ສອງ​ອົງການ​ພວກ​ເຮົາ​ຈະ​ຮ່ວມ​ມື​ຊຸກຍູ້​ສອງ​ລັດຖະບານ​ລົງ​ນາມ ​ແລະ ຖະ​ແຫຼ​ງຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໂດຍ​ໄວ. ຜ່ານ​ນັ້ນ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ“.

ສ່ວນ​ທ່ານປະທານ​ສະພາ​ເສດຖະກິດ - ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ​ຝລັ່ງJean Paul Delevoye ກໍ່​ເນັ້ນ​ໜັກ​ວ່າ, ອົງການ​ນີ້ ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ໃຫ້​ຫວຽດນາມ​ເຊື່ອມ​ຕໍ່​ກັບ​ບັນດາ​ຫົວໜ່ວຍ​ອື່ນໆ​ຢູ່​ຝລັ່ງ ກໍ່​ຄື​ຢູ່​ເອີ​ລົບ. ທ່ານ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ຈະ​ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະຊາຊົນ, ບັນດາ​ວິ​ສາ​ຫະກິດ… ກ່ຽວ​ກັບບັນດາ​ບັນຫາ​ທີ່​ເຂົາ​ເຈົ້າ​ມີ​ຄວາມ​ສົນ​ໃຈ ​ແລະ ສອງ​ຝ່າຍ​ຈະ​ພ້ອມ​ກັນ​ປຶກສາ​ຫາລື, ຊອກ​ຫາ​ບັນດາ​ມາດ​ຕະການ​ແກ້​ໄຂ​ລວມ​ໃຫ້​ແກ່​ບັນ​ດາ​ບັນຫາ​ນັ້ນ. ພວກ​ຂ້າພະ​ເຈົ້າ​ຈະ​ພະຍາຍາມ​ຕອບ​ສະໜອງ​ບັນດາ​ຄຳ​ຮຽກຮ້ອງ​ຈາກ​ພວກ​ເພື່ອນ ​ເພື່ອ​​ເຮັດ​ໃຫ້ການຮ່ວມ​ມືລະຫວ່າງ​ສອງ​ຝ່າຍ​ບັນລຸ​ປະສິດທິ​ຜົນ​ດີ​ທີ່​ສຸດ“.

ຂ່າວ/ບົດ​ອື່ນ