ຄະນະນັກກິລາ ຫວຽດນາມ ຢືນອັນດັບທີ 16 ພາຍຫຼັງ 2 ວັນແຂ່ງຂັນໃນ ASIAD 2018

(VOVWORLD) - ນັກກິລາ ຫງວຽນຮູຍຮ່ວາງ ຄ້ວາໄດ້ຫຼຽນທຳອິດໃຫ້ແກ່ຄະນະນັກກິລາ ຫວຽດນາມ ພາຍຫຼັງຮອບຊິງຊະນະເລີດລາຍການລອຍນ້ຳຊາຍ 800 ແມັດ ໃນຕອນແລງວັນທີ 20 ສິງຫາ.
ຄະນະນັກກິລາ ຫວຽດນາມ ຢືນອັນດັບທີ 16 ພາຍຫຼັງ 2 ວັນແຂ່ງຂັນໃນ ASIAD 2018 - ảnh 1 ນັກກິລາ ຍົກນ້ຳໜັກ ຫວຽດນາມ

ວັນແຂ່ງຂັນທີ 2 ຂອງງານມະຫາກຳກິລາ ອາຊີ - Asiad 18 ສືບຕໍ່ໄດ້ຮັບການຕີລາຄາວ່າແມ່ນວັນແຂ່ງຂັນບັນລຸຜົນສຳເລັດຂອງຄະນະນັກກິລາ ຫວຽດນາມ ເມື່ອຄ້ວາໄດ້ຫຼຽນເງິນ 1 ຫຼຽນ ແລະ ຫຼຽນທອງ 1 ຫຼຽນ.

        ນັກກິລາ ຫງວຽນຮູຍຮ່ວາງ ຄ້ວາໄດ້ຫຼຽນທຳອິດໃຫ້ແກ່ຄະນະນັກກິລາ ຫວຽດນາມ ພາຍຫຼັງຮອບຊິງຊະນະເລີດລາຍການລອຍນ້ຳຊາຍ 800 ແມັດ ໃນຕອນແລງວັນທີ 20 ສິງຫາ.

        ຫຼຽນເງິນຂອງຄະນະນັກກິລາ ຫວຽດນາມ ໂດຍ ນັກກິລາ ແທກກິມຕ໋ວນ ໃນປະເພດກິລາ ຍົກນ້ຳໜັກ.

        ເມື່ອສິ້ນສຸດວັນແຂ່ງຂັນທີ 2 ຢູ່ Asiad 18, ດ້ວຍຍອດຈຳນວນ ຫຼຽນເງິນ 1 ຫຼຽນ ແລະ ຫຼຽນທອງ 3 ຫຼຽນ, ຄະນະນັກກິລາ ຫວຽດນາມ ຢືນອັນດັບທີ 16 ໃນຕາຕະລາງຈັດອັນດັບ. ຢືນອັນດັບໜຶ່ງໃນຕາຕະລາງຈັດອັບດັບແມ່ນຈີນ ( 15 ຫຼຽນຄຳ), ຍີ່ປຸ່ນ (8 ຫຼຽນຄຳ) ແລະ ສ ເກົາຫຼີ (5 ຫຼຽນຄຳ).

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ