ການເລືອກຕັ້ງ ອາເມລິກາ: ຜູ້ສະໝັກຮັບເລືອກຕັ້ງ 2 ທ່ານເລີ່ມດຳເນີນການໂຕ້ວາທີໂດຍກົງຄັ້ງທຳອິດ

(VOVWORLD) - ການໂຕ້ວາທີໂດຍສຳນັກຂ່າວສານ ABC News ປະສານງານ ດ້ວຍເວລາປະມານ 90 ນາທີ ແລະ ບໍ່ມີຜູ້ເຂົ້າຮ່ວມໂດຍກົງ.
ການເລືອກຕັ້ງ ອາເມລິກາ: ຜູ້ສະໝັກຮັບເລືອກຕັ້ງ 2 ທ່ານເລີ່ມດຳເນີນການໂຕ້ວາທີໂດຍກົງຄັ້ງທຳອິດ - ảnh 1ການໂຕ້ວາທີ
(ພາບ: Reuters)

        ຕອນຄ່ຳວັນທີ 10 ກັນຍາ (ຕາມເວລາ ອາເມລິກາ), ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ແລະ ຜູ້ສະໝັກຮັບເລືອກຕັ້ງພັກສາທາລະນະ Donald Trump ໄດ້ເລີ່ມດຳເນີນການໂຕ້ວາທີໂດຍກົງຄັ້ງທຳອິດຢູ່ສູນລັດຖະທຳມະນູນແຫ່ງຊາດ (NCC) ຢູ່ Philadelphia, Pennsylvania.

        ການໂຕ້ວາທີໂດຍສຳນັກຂ່າວສານ ABC News ປະສານງານ ດ້ວຍເວລາປະມານ 90 ນາທີ ແລະ ບໍ່ມີຜູ້ເຂົ້າຮ່ວມໂດຍກົງ. ຜູ້ສະໝັກຮັບເລືອກຕັ້ງບໍ່ໄດ້ຮູ້ຫົວຂໍ້ໂຕ້ວາທີກ່ອນ. ແຕ່ລະຄົນຈະມີເວລາ 2 ນາທີ ເພື່ອຕອບຄຳຖາມຂອງໂຄສົກລາຍການ, 2 ນາທີເພື່ອບັນລະຍາຍ ແລະ 1 ນາທີເພື່ອໃຫ້ຄຳຕອບອື່ມອີກຖ້າມີຄວາມຈຳເປັນ. ເຖິງຢ່າງໃດກໍ່ຕາມ, ຜູ້ສະໝັກຮັບເລືອກຕັ້ງ 2 ຄົນບໍ່ໄດ້ຕັ້ງຄຳຖາມໃຫ້ແກ່ກັນ ແລະ ບໍ່ໄດ້ພົບປະກັບທິມເລືອກຕັ້ງໃນຕະຫຼອດເວລາຈັດການໂຕ້ວາທີ.

        ເນື້ອໃນຂອງການໂຕ້ວາທີແມ່ນປິ່ນອ້ອມບັນດາບັນຫາເຊິ່ງປະຊາຊົນ ອາເມລິກາ ພວມສົນໃຈ, ຄື: ບັນຫາເສດຖະກິດ, ການເຂົ້າເມືອງ, ນະໂຍບາຍການຕ່າງປະເທດ, ພິເສດແມ່ນບັນດາການປະທະກັນ ລັດເຊຍ - ຢູແກຼນ ແລະ ຮາມາດສ - ອິດສະຣາແອັນ.

       ຕອນຄ່ຳວັນທີ 10 ກັນຍາ (ຕາມເວລາທ້ອງຖິ່ນ), ຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີ ເຊິ່ງແມ່ນທ່ານນາງ Kamala Harris ແລະ ທ່ານ Donald Trump ໄດ້ມີການໂຕ້ວາທີ່ເປັນໜ້າສົນໃຈ. ການໂຕ້ວາທີແກ່ຍາວກວ່າ 100 ນາທີ ແລະ ທັງ 2 ລ້ວນແຕ່ປະກາດໄຊຊະນະ. ໃນການຢັ່ງຫາງສຽງຂອງ CNN ສຳລັບຜູ້ຕິດຕາມການໂຕ້ວາທີດັ່ງກ່າວຊີ້ໃຫ້ເຫັນວ່າ ມີ 63% ຜູ້ຕິດຕາມຖືວ່າ ທ່ານນາງ Kamala Harris ໄດ້ລື່ນກາຍທ່ານ Donald Trump ຢ່າງເຫັນໄດ້ຊັດ, ໃນຂະນະນັ້ນ, ມີ 37% ຈຳນວນຜູ້ຕິດຕາມໄດ້ສະໜັບສະໜູນທ່ານ Donald Trump.

ຕອບກັບ

ຂ່າວ/ບົດ​ອື່ນ