ລະດົມກຳລັງກູ້ໄພກູ້ຊີບບັນດາຜູ້ປະສົບເຄາະຮ້າຍຈາກພາຍຸ Yagi

(VOVWORLD) - ໄລ່ຮອດເວລາ 13 ໂມງຂອງວັນທີ 11 ກັນຍາ, ມີຜູ້ເສຍຊີວິດ, ຫາຍສາບສູນ 296 ຄົນ
ລະດົມກຳລັງກູ້ໄພກູ້ຊີບບັນດາຜູ້ປະສົບເຄາະຮ້າຍຈາກພາຍຸ Yagi  - ảnh 1ທີ່ກອງປະຊຸມຄະນະປະຈຳລັດຖະບານ
(ພາບ: TTXVN)

ຕາມແຫຼ່ງຂ່າວຈາກກົມຄຸ້ມຄອງຄັນຄູ ແລະ ປ້ອງກັນ, ຕ້ານໄພທຳມະຊາດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ) ແລ້ວ, ຍ້ອນຜົນກະທົບຂອງພາຍຸ Yagi ແລະ ສະພາບຝົນຕົກ, ນ້ຳຖ້ວມພາຍຫຼັງພາຍຸ, ໄລ່ຮອດເວລາ 13 ໂມງຂອງວັນທີ 11 ກັນຍາ, ມີຜູ້ເສຍຊີວິດ, ຫາຍສາບສູນ 296 ຄົນ, ຫຼາຍທີ່ສຸດແມ່ນຢູ່ແຂວງ ລາວກາຍ: ມີ 155 ຄົນ, ຖັດຈາກນັ້ນແມ່ນແຂວງ ກາວບັ່ງ: 52 ຄົນ; ແຂວງ ອຽນບາຍ: 44 ຄົນ… ມີຫຼາຍສຳນັກງານ, ໂຮງຮຽນ, ເຮືອນຢູ່ຂອງປະຊາຊົນຖືກເປ່ເພ. ປະຈຸບັນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນພວມມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງ.

ຕອນບ່າຍວັນທີ 11 ກັນຍາ, ກ່າວຄຳເຫັນທີ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການສ້າງກົດໝາຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ລະດົມທັງລະບົບການເມືອງເຂົ້າຮ່ວມ, ປະຕິບັດທຸກມາດຕະການຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງ, ໂດຍສະເພາະແມ່ນສະພາບຝົນຕົກ, ນ້ຳຖ້ວມ, ດິນເຊາະເຈື່ອນພາຍຫຼັງພາຍຸ Yagi. ທ່ານນາຍົກລັດຖະມົນຕີຮຽກຮ້ອງບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ທ້ອງຖິ່ນປະຈຳການຕະຫຼອດ 24 ຊົ່ວໂມງ ເພື່ອຮັບມື, ແກ້ໄຂບັນດາບັນຫາຮີບດ່ວນ; ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ ແລະ ບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນທີ່ບໍ່ຖືກຜົນສະທ້ອນ ຕ້ອງສຸມແຫຼ່ງກຳລັງ, ໜູນຊ່ວຍທ້ອງຖິ່ນ, ອົງການສຳນັກງານ, ປະຊາຊົນທີ່ຖືກຜົນເສຍຫາຍຍ້ອນພາຍຸ ແລະ ນ້ຳຖ້ວມ, ດິນເຊາະເຈື່ອນພາຍຫຼັງພາຍຸ. ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສຸມໃສ່ປະຕິບັດວຽກງານກູ້ໄພກູ້ຊີບຜູ້ປະສົບເຄາະຮ້າຍ, ຜູ້ຫາຍສາບສູນ; ເຮັດໃຫ້ສະພາບການໃຫ້ເປັນປົກກະຕິໂດຍໄວ.

ຢູ່ບ້ານ ລ່າງນູ, ຕາແສງ ຟຸກແຄງ, ເມືອງ ບາວອຽນ, ແຂວງ ລາວກາຍ, ແມ່ນບ່ອນທີ່ເກີດສະພາບດິນເຊາະເຈື່ອນ, ເຮັດໃຫ້ເກືອບ 40 ຄອບຄົວຖືກດິນທັບຖົມ, ມີກວ່າ 600 ຄົນເຊິ່ງແມ່ນກຳລັງຕຳຫຼວດ, ກອງທັບ, ທະຫານລາດ ແລະ ປະຊາຊົນ ພວມເຂົ້າຮ່ວມວຽກງານກູ້ໄພກູ້ຊີບ. ທ່ານ ຮວ່າງກວັກບາວ, ເລຂາຄະນະພັກເມືອງ ບາວອຽນ, ແຂວງ ລາວກາຍ, ໃຫ້ຮູ້ວ່າ:

“ທ້ອງຖິ່ນຍັງບໍ່ທັນມີໄຟຟ້າ. ພວກຂ້າພະເຈົ້າພວມຕັ້ງໜ້າພ້ອມກັບບັນດາກຳລັງທີ່ມີໜ້າທີ່, ຄື: ຕຳຫຼວດ, ກອງທັບ, ທະຫານລາດ ແລະ ປະຊາຊົນທ້ອງຖິ່ນ ຕັ້ງໜ້າຊອກຫາຊາກສົບທີ່ພວມຖືກດິນທັບຖົມ”.

ຢູ່ແຂວງ ຕວຽນກາງ, ບັນດາອົງການທີ່ມີໜ້າທີ່ໄດ້ລະດົມກຳລັງຢ່າງສຸດຂີດເພື່ອນຳປະຊາຊົນອອກຈາກເຂດຖືກນ້ຳຖ້ວມ.

ຢູ່ແຂວງ ອຽນບາຍ, ມາຮອດປະຈຸບັນ, ໄດ້ລະດົມປະຊາຊົນກວ່າ 11.000 ຄົນເຂົ້າຮ່ວມວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງ. ມີຫຼາຍຄະນະການກຸສົນທີ່ມາຈາກບັນດາແຂວງ, ນະຄອນໃນທົ່ວປະເທດໄດ້ນຳເອົາຢຸກຢາ, ທັນຍາຫານແຈກຢາຍໜູນຊ່ວຍຄອບຄົວທີ່ຖືກນ້ຳຖ້ວມ.

ໃນຂະນະນັ້ນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກໍ່ພວມຕັ້ງໜ້າໃຫ້ການໜູນຊ່ວຍປະຊາຊົນຢູ່ພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ