ການເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄຳ​ໝັ້ນ​ສັນ​ຍາ​ທາງ​ການ​ເມືອງ​ຢ່າງ​ແຮງ​ຂອງ ຫວຽດ​ນາມ

(VOVWORLD) -  ນັບແຕ່ວັນທີ 21 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ສະມັດຊາໃຫຍ່ ສປຊ ຊຸດທີ 79 ແລະ ເຮັດວຽກ ຢູ່ ອາເມລິກາ.
ການເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄຳ​ໝັ້ນ​ສັນ​ຍາ​ທາງ​ການ​ເມືອງ​ຢ່າງ​ແຮງ​ຂອງ ຫວຽດ​ນາມ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ  (ພາບ: TTXVN)

ທ່ານປະທານສະມັດຊາໃຫຍ່ ສປຊ ຊຸດທີ 78 Dennis Francis ໄດ້ເນັ້ນໜັກວ່າ ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເຂົ້າຮ່ວມສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ປີນີ້ ແມ່ນການສະແດງໃຫ້ເຫັນຄຳໝັ້ນສັນຍາດ້ານການເມືອງຢ່າງສູງສຸດຂອງ ຫວຽດນາມ ໃນຈຸດເວລາສຳຄັນ, ເມື່ອປະຊາຄົມສາກົນພວມຕັດສິນໃຈຊຸກຍູ້ລັດທິຫຼາຍຝ່າຍ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກໃນປັດຈຸບັນ. ການຢ້ຽມຢາມໄດ້ຊີ້ໃຫ້ເຫັນເຖິງຄຳໝັ້ນສັນຍາຢູ່ລະດັບສູງສຸດຂອງ ຫວຽດນາມ ແລະ ແນະນອນວ່າ ຈະປະກອບສ່ວນຍົກລະດັບການພົວພັນລະຫວ່າງ ຫວຽດນາມ ກັບ ສປຊ ຂຶ້ນສູ່ລະດັບສູງໃໝ່.

        ທ່ານ Dennis Francis ເຊື່ອໝັ້ນວ່າ ພາຍຫຼັງການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ການພົວພັນລະຫວ່າງ ສປຊ ແລະ ຫວຽດນາມ ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ເພີ່ມທະວີ. ເນື້ອໃນຈຸດສຸມຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 79 ແມ່ນສຸໃສ່ການຊຸກຍູ້ກຽດສັກສີ ແລະ ສິດທິມະນຸດ, ຍົກສູງຄຸນຄ່າກ່ຽວກັບດ້ານສາທາລະນະສຸກ, ການສຶກສາ, ປັບປຸງສັນຕິພາບ ແລະ ພັດທະນາແບບຍືນຍົງ. ນີ້ກໍແມ່ນບັນດາຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ