ຄະນະນັກຮຽນຫວຽດນາມເຂົ້າຮ່ວມການສອບເສັງ Olympic ເລກຄະນິດສາກົນໄດ້ຮັບຜົນງານສູງ
(ພາບ: Nguyễn Hoài)
(vovworld) – ຕອນເຊົ້າວັນທີ 31/7, ຄະນະນັກຮຽນຫວຽດນາມເຂົ້າຮ່ວມການສອບເສັງ Olympic ວິຊາເລກຄະນິດສາກົນ 2013 ຄັ້ງທີ 54 , ຢູ່ Colombia, ໄດ້ກັບມາຮອດຮ່າໂນ້ຍ. ຄະນະນັກຮຽນຫວຽດນາມລວມມີ 6 ຄົນເຂົ້າຮ່ວມການສອບເສັງ ແລະ ທັງ 6 ຄົນໄດ້ຮັບລາງວັນ, ໃນນັ້ນມີຫຼຽນຄຳ 3 ຫຼຽນ, ຫຼຽນເງິນ 3 ຫຼຽນ. ດ້ວຍຜົນງານທີ່ບັນລຸໄດ້ນັ້ນ, ຄະນະນັກຮຽນຫວຽດນາມຖືກຈັດອັນດັບ 7 ໃນຈຳນວນ 97 ປະເທດມີນັກຮຽນເຂົ້າຮ່ວມ. ກ່າວຄຳເຫັນທີ່ພິທີຕ້ອນຮັບ, ທ່ານນາງຮອງລັດຖະມົນຕີກະຊວງສຶກສາ ແລະບຳລຸງສ້າງຫວຽດນາມ ຫງວຽນທິເຫງຍ ເວົ້າວ່າ:
“ຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈທີ່ສຸດ ເພາະວ່າຄະນະນັກຮຽນຂອງພວກເຮົາໄດ້ບັນລຸຜົນງານສູງ. ສິ່ງດັ່ງກ່າວເປັນການຢືນຢັນເຖິງພູມປັນຍາ, ຄຸນນະທາດຂອງໄວໜຸ່ມຫວຽດນາມ ແລະ ການພັດທະນາຂອງພື້ນຖານເລກຄະນິດ.ຜົນງານທີ່ໄດ້ຮັບໃນມື້ນີ້ ແມ່ນຄວາມມານະພະຍາຍາມ, ການສູ້ຊົນບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງພວກນ້ອງນັກຮຽນ, ພິເສດແມ່ນການສິດສອນ, ຈິດໃຈຮັບຜິດຊອບສູງຂອງບັນດາຄູອາຈານ, ຜູ້ທີ່ໄດ້ປຸກລຸກຄວາມນິຍົມວິຊາເລກຄະນິດ, ເຈດຈຳນົງ, ຄວາມຫວັງບືນຕົວຂຶ້ນເພື່ອຍາດເອົາຜົນງານສູງດ້ານພູມປັນຍາ“