ຄະນະປະຕິບັດງານຄະນະຂົນຂວາຍປະຊາຊົນສູນກາງ ຢ້ຽມຢາມ ເຢຍລະມັນ

ຄະນະປະຕິບັດງານຄະນະຂົນຂວາຍປະຊາຊົນສູນກາງ ຢ້ຽມຢາມ ເຢຍລະມັນ - ảnh 1
ຄະນະປະຕິບັດງານຄະນະຂົນຂວາຍປະຊາຊົນສູນກາງ ຢ້ຽມຢາມ ເຢຍລະມັນ
(ພາບ: vietnamplus.vn)


(vovworld) – ວັນ​ທີ 03/12, ​ໃນ​ຂອບ​ເຂດ​ການ​ໄປ​ປະຕິບັດ​ງານ​ຢູ່​ສ.ສະຫະພັນ​ເຢຍລະ​ມັນ, ຄະນະ​ປະຕິບັດ​ງານ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ, ​ໂດຍ​ທ່ານຮອງ​ຫົວ​ໜ້າ ຫງວຽນ​ວັນ​ຮຸ່ງ, ​ເປັນຫົວໜ້າ​ຄະນະ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ສະຖານທູ​ດຫວຽດນາມ ປະຈຳ ​ເຢຍລະ​ມັນ. ທ່ານ​ນາງ​​ເອກ​ອັກ​ຄະ​ລັດຖະທູດ ຫງວຽນ​ທິຮ່ວາງ​​ແອ​ງ ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຢ່າງ​ດີງາມ​ໃນ​ທຸກ​ຂົງ​ເຂດ​ຂອງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ​ເຢຍລະ​ມັນ. ບັນດາ​ໂຄງການ​ຮ່ວມ​ມື​ພວມ​ພັດທະນາ​​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ແລະ ມີ​ປະສິດທິ​ຜົນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ. ຕໍ່​ຈາກ​ນັ້ນ, ​ທີ່​ສຳນັກງານ​ສະຖານທູ​ດ, ຄະນະ​ປະຕິບັດ​ງານ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ນັກ​ສຶກສາ ​ແລະ ມອບ​ທຶນ​ສຶກສາ​ໃຫ້​ແກ່​ນັກ​ສຶກສາດີ​ເດັ່ນທີ່ພວມ​ຮໍ່າຮຽນ​ຢູ່​ເຢຍລະ​ມັນ ​ເພື່ອ​ແນ​ໃສ່​ລະດົມ​ກຳລັງ​ໃຈ, ສົງ​ເສີມ​ພວກ​ນ້ອງນັກ​ສຶກສາ​ສືບ​ຕໍ່ສູ້​ຊົນ​ໃນ​ການ​ຮໍ່າຮຽນ ​ແລະ ຄົ້ນ​ຄວ້າ.

ຂ່າວ/ບົດ​ອື່ນ