ຄະນະປະຕິບັດງານອະນຸ ກຳມະການເອກະສານ ກອງປະຊຸມໃຫ່ຍຄັ້ງທີ 12 ຂອງພັກ ຮັດວຽກຢູ່ເກີນເທີ


ຄະນະປະຕິບັດງານອະນຸ ກຳມະການເອກະສານ ກອງປະຊຸມໃຫ່ຍຄັ້ງທີ 12 ຂອງພັກ ຮັດວຽກຢູ່ເກີນເທີ - ảnh 1

(ພາບປະກອບ)

(vovworld)- ​ ຕອນ​​ເຊົ້າວັນ​ທີ 5/12, ​ ຄະນະ​ປະຕິບັດ​ງານ​ອະນຸ​ກຳມະການ​ເອກະສານ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 12 ຂອງ​ພັກ​ກອມມູນິດ​ຫວຽດນາມ ​ໂດຍ​ທ່ານ​ດິງ​ເທ​ຮິງ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ຮອງ​ຫົວໜ້າ​ຜູ້​ປະຈຳ ອະນຸ​ກຳມະການ​ເອກະສານ​ ນຳ​ໜ້າ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ພັກ​ນະຄອນ​ເກີນ​​ເທີ ກ່ຽວ​ກັບສະພາບ​ການ​ປະຕິບັດ​ໜ​້າທີ່​ພັດທະນາ​ເສດຖະກິດ​ສັງຄົມ, ວັດທະນະທຳ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ພົວພັນ​ກັບ​ຕ່າງປະ​ເທດ ​ແລະ ວຽກ​ງານ​ກໍ່ສ້າງ​ພັກ, ສ້າງ​ລະບອບ​ການ​ເມືອງ​ຂອງ​ອົງຄະ​ນະພັກນະຄອນ​ໃນ​ອາຍຸ​ການ 2010-2015.

   ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ດິງ​ເທ​ຮິງ ສະ​ເໜີ​ໃຫ້​ຄະນະ​ພັກ​ນະຄອນ​ເກີນ​ເທີ ຈົ່ງ​ສຸມ​ໃສ່​ຊີ້​ນຳ, ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ຊຸມ​ປີ​ຍັງ​ເຫຼືອ​ຂອງ​ອາຍຸ​ການ, ສ້າງ​ນະຄອນ​ເກີນ​ເທີ ກາຍ​ເປັນ​ນະຄອນ​ເຂດ​ທົ່ງພຽງ​ລະດັບ​ຊາດ​ແຫ່ງ​ສີ​ວີ​ໄລ, ທັນ​ສະ​ໄໝ. ຄະນະພັກນະ ຄອນ​ເກີນ​ເທີ ຄວນ​ສືບ​ຕໍ່​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ສ້າງ​ສະພາບ​ແວດ​ລ້ອມ​ອຳນວຍ​ຄວາມ​ສະດວກ​ເພື່ອ​ດຶງ​ດູດ​ການ​ລົງທຶນ, ຍູ້​ແຮງ​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ, ພັດທະນາ​ກະສິກຳ​ຕາມ​ທິດ​ຍົກ​ສູງ​ຄຸນຄ່າ​ເພີ່ມ ​ແລະ ໝັ້ນຄົງ​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່./.

ຂ່າວ/ບົດ​ອື່ນ