ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມຢ້ຽມຢາມໂມຊຳບິກ
ພົນໂທ ຫງວຽນຈີວີ້ງ
ພາບ:vietnamnet
|
(vovworld)- ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໂດຍພົນໂທ ຫງວຽນຈີວີ້ງ, ກຳມະການຜູ້ປະຈການຳຄະນະພັກການທະຫານສູນກາງ ນຳຫນ້າ ໄດ້ໄປຢ້ຽມຢາມ ໂມຊຳບິກ ແຕ່ວັນທີ 27-28/3 ເພື່ອຊຸກຍູ້ການຮ່ວມມືປ້ອງກັນຊາດສອງຝ່າຍ. ທີ່ການພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດ ໂມຊຳບິກ Antanasio Salvador M’tumuke, ພົນໂທ ຫງວຽນຈີວີ້ງ ເນັ້ນຫນັກວ່າ: ຫວຽດນາມ ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ໂມຊຳບິກ ເປັນສຳຄັນ ແລະ ປາດຖະຫນາຢາກຊຸກຍູ້ການພົວພັນຮ່ວມມືຫລາຍດ້ານລະຫວ່າງສອງປະເທດ, ໃນນັ້ນ ມີຂົງເຂດປ້ອງກັນຊາດ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂມຊຳບິກ Antanasio Salvador M’tumuke ໃຫ້ຮູ້ວ່າ: ໂມຊຳບິກ ຍາມໃດກໍໍ່ຖືການພົວພັນລະຫວ່າງສອງປະເທດເປັນສຳຄັນ.
ເນື່ອງໃນໂອກາດປະຕິບັດງານຢູ່ ໂມຊຳບິກ, ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ລົງຢ້ຽມຢາມ ບໍລິສັດ Movitel, ຊື່ງແມ່ນຫນຶ່ງໃນບັນດາບໍລິສັດຮ່ວມທຸລະກິດລະຫວ່າງກຸ່ມບໍລິສັດໂທລະຄົມມະນາຄົມກອງທັບຫວຽດນາມ (Viettel) ແລະ ຄູ່ຮ່ວມມື ໂມຊຳບິກ.