ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ຢ້ຽມຢາມມິດຕະພາບອົດສະຕາລີ ແລະ ນິວຊີແລນ

ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ຢ້ຽມຢາມມິດຕະພາບອົດສະຕາລີ ແລະ ນິວຊີແລນ - ảnh 1
ພົນ​ເອກ ຟູ່ງກວາງ​ແທງ, ລັດຖະມົນ​ຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ

(vovworld) – ຄະນະ​ຜູ້​ແທນ​ການທະຫານ​ຂັ້ນ​ສູງ​ຫວຽດນາມ ​ໂດຍ​ທ່ານ​ພົນ​ເອກ ຟູ່ງກວາງ​ແທງ, ລັດຖະມົນ​ຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາມ​ມິດຕະພາບ​ອົດ​ສະ​ຕາ​ລີ ​ແຕ່​ວັນ​ທີ 15 - 20/3 ແລະ ນິວຊີ​ແລນ ​ແຕ່​ວັນ​ທີ 21 – 25/3 ​ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມຢາມ​ມິດຕະພາບ​ອົດ​ສະ​ຕາ​ລີ ​ຂອງ​ຄະນະ​ຜູ້​ແທນ​ທະຫານຂັ້ນ​ສູງ​ຫວຽດນາມ ດ້ວຍ​ຈຸດໝາຍ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໂລກ; ພ້ອມ​ທັງ​ແລກປ່ຽນ​ບັນດາ​ບັນຫາ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດສອງ​ຝ່າຍ, ບົນ​ພື້ນຖານ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດສອງ​ຝ່າຍ, ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 2012 ​​ແລະ ການປຶກສາ​ຫາລື​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ ຂອງສອງ​ປະ​ເທດ​​ເຊິ່ງດຳ​ເນີນຢູ່​ຮ່າ​ໂນ້ຍ ​ເມື່ອ​ເດືອນ 8/2012. ສ່ວນ​ຢູ່​ນິວຊີ​ແລນ, ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ຫວຽດນາມ​ ຈະ​ແລກປ່ຽນ​ບັນດາ​ບັນຫາ​​ເຊິ່ງຕ່າງຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ບັນດາ​ເນື້ອ​ໃນ, ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດລະຫວ່າງ​ກອງທັບ ​ແລະ ປະຊາຊົນ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ