ຄະນະຜູ້ແທນກຳມາທິການການ ຕ່າງປະເທດສະພາແຫ່ງຊາດຫວຽດນາມ ເຮັດວຽກຢູ່ກຳປູເຈຍ
ປະເທດກຳປູເຈຍ
(ພາບ:travel365.com.vn)
( vovworld ) – ວັນທີ 16/7, ຢູ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ, ທ່ານປະທານສະພາແຫ່ງຊາດກຳປູເຈຍ Heng Samrin ແລະ ທ່ານຮອງປະທານຜູ້ທີ 2 ສະພາສູງກຳປູເຈຍ Tep Ngon ໄດ້ໃຫ້ການຕ້ອນຮັບຄະນະ ຜູ້ແທນກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ໂດຍທ່ານ Tran Van Hang ຫົວໜ້າກຳມາທິການການຕ່າງປະເທດເປັນຫົວໜ້າຄະນະ ຊື່ງພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍ ແຕ່ວັນທີ 14-19/7. ກ່າວຄຳເຫັນທີ່ການພົບປະ, ທ່ານ Tran Van Hang ຢືນຢັນວ່າ: ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດອັນດັບ 1 ໃຫ້ແກ່ການປັບປຸງ, ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງຫວຽດນາມ-ກຳປູເຈຍ, ຖືວ່າ, ນີ້ແມ່ນຊັບສົມບັດອັນລ້ຳຄ່າຂອງທັງສອງຊາດທີ່ຕ້ອງໄດ້ຮັບການຮັກສາ, ເສີມຂະຫຍາຍ ແລະ ຖ່າຍທອດໃຫ້ແກ່ລຸ້ນຫຼັງ, ເພື່ອການພັດທະນາຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ, ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ. ສ່ວນທ່ານປະທານສະພາແຫ່ງຊາດກຳປູເຈຍ Heng Som Rin ສະແດງຄວາມເຊື່ອໝັ້ນວ່າ, ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນເພີ່ມທະວີ ແລະ ພັດທະນາການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດກຳປູເຈຍ-ຫວຽດນາມ.