ຄະນະຜູ້ແທນຂັ້ນສູງພັກສາມັກຄີແລະພັດທະນາສະຫະພາບມຽນມາຢ້ຽມຢາມຫວຽດນາມ

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຈາກສູນກາງພັກກອມມູນິດຫວຽດນາມ, ຄະນະຜູ້ແທນຂັ້ນສູງພັກສາມັກຄີ ແລະ ພັດທະນາສະຫະພາບມຽນມາ (USDP) ໂດຍທ່ານປະທານພັກ U Than Htay, ນຳໜ້າໄດ້ມາຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 17 – 21 ທັນວາ.

ຄະນະຜູ້ແທນຂັ້ນສູງພັກສາມັກຄີແລະພັດທະນາສະຫະພາບມຽນມາຢ້ຽມຢາມຫວຽດນາມ - ảnh 1 ທ່ານ ເຈີ່ນກວກເວື້ອງ ຕ້ອນຮັບທ່ານປະທານພັກ U Than Htay

 (ພາບ: TTXVN)

ທີ່ການຕ້ອນຮັບຄະນະຜູ້ແທນໃນຕອນບ່າຍວັນທີ 18 ທັນວາ, ທ່ານ ເຈີ່ນກວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຄວນສືບຕໍ່ຍູ້ແຮງການຮ່ວມມື, ແບ່ງປັນບົດຮຽນ ແລະ ພຶດຕິກຳຕົວຈິງໃນການກໍ່ສ້າງ ແລະ ພັດທະນາປະເທດຊາດ, ໂດຍສະເພາະແມ່ນນະໂຍບາຍພັດທະນາເສດຖະກິດ. ທ່ານ ເຈີ່ນກວກເວື້ອງ ປາດຖະໜາວ່າ, ພັກສາມັກຄີ ແລະ ພັດທະນາສະຫະພາບມຽນມາ ສືບຕໍ່ຕັ້ງໜ້າປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ມຽນມາ.

        ກ່ອນໜ້ານັ້ນ, ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ນຳໜ້າ ໄດ້ມີການເຈລະຈາ ກັບ ຄະນະຜູ້ແທນພັກສາມັກຄີ ແລະ ພັດທະນາສະຫະພາບນມຽນມາ. ນະທີ່ນີ້, ທ່ານປະທານພັກ USDP, U Than Htay ຢືນຢັນວ່າ, ມຽນມາຈະມານະພະຍາຍາມພ້ອມກັບຫວຽດນາມ ຊຸກຍູ້ການພົວພັນລະຫວ່າງ 2 ພັກ, ປະກອບສ່ວນນຳການພົວພັນລະຫວ່າງ 2 ປະເທດໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ