ຄະນະຜູ້ແທນຂັ້ນສູງອົງການກວດກາລັດຖະບານຫວຽດນາມເຮັດວຽກຢູ່ກຳປູເຈຍ

ຄະນະຜູ້ແທນຂັ້ນສູງອົງການກວດກາລັດຖະບານຫວຽດນາມເຮັດວຽກຢູ່ກຳປູເຈຍ - ảnh 1
ຄະນະຜູ້ແທນຂັ້ນສູງອົງການກວດກາລັດຖະບານຫວຽດນາມ
ເຮັດວຽກຢູ່ກຳປູເຈຍ
(ພາບ: nhandan.com.vn)

(vovworld) - ວັນ​ທີ 7/8, ຢູ່​ສຳນັກງານ​ສະພາ​ສູງ​ກຳປູ​ເຈຍ, ທ່ານ​ປະທານ ສະພາ​ສູງ​ກຳປູ​ເຈຍ Sao Chhum ​ໄດ້​ໃຫ້ການ​ຕ້ອນຮັບ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ອົງການ​ກວດກາ​ລັດຖະບານ ​ຫວຽດນາມ, ​ໂດຍ​ທ່ານ​ຮອງ​ຫົວໜ້າ ອົງການ​ກວດກາ​ລັດຖະບານ ​ເຈິ່ນດຶກ​ເລື້ອງ ນຳ​ໜ້າ, ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ກຳ​ປູ​ເຈຍ​ ໃນ​ລະຫວ່າງ​ວັນ​ທີ 6-10/8. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ ສະພາ​ສູງ​ກຳປູ​ເຈຍ Sao Chhum ຖື​ວ່າ, ​ໃນ​ຕໍ່ໜ້າ​ຂະ​ແໜງ​ກວດກາ​ສອງ​ປະ​ເທດ​ຄວນ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ພ້ອມ​ກັນ​ໜູນ​ຊ່ວຍ​ເພື່ອ​ສຳ​ເລັດ​ບັນດາ​ໜ້າ​ທີ່​ວິຊາ​ການ; ທັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ, ກໍ່ສ້າງ ​ແລະ ພັດທະນາ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ລະຫວ່າງ​ສອງ​ປະ​ເທດ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ຫວຽດນາມ ກໍ່​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ພົວພັນ​ສະພາ​ແຫ່ງ​ຊາດ - ສະພາ​ສູງ ​ແລະ ອົງການ​ກວດກາ​ກຳປູ​ເຈຍ, ​ໂດຍ​ທ່ານ​ລັດຖະມົນຕີ Chheng Saroeun ນຳ​ໜ້າ ​ເພື່ອ​ປຶກສາ​ຫາລື​ແຜນການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ອົງການ​ກວດກາ​ສອງ​ປະ​ເທດ. ສອງ​ຝ່າຍ​ເຫັນ​ດີ​ຖື​ວ່າ, ​ໃນ​ຊຸມ​ປີຜ່ານມາ, ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ສອງ​ອົງການ​ກວດກາ​ສອງ​ປະ​ເທດ ​ໄດ້ ​ແລະ ພວມ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຢ່າງ​ແທດ​ຈິງ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ຮອງ​ຫົວໜ້າ ອົງການ​ກວດກາ​ລັດຖະບານ ​ເຈິ່ນດຶກ​ເລື້ອງ  ​ແລະ ທ່ານລັດຖະມົນຕີ Chheng Saroeun ​ເຫັນ​ດີ​ສືບ​ຕໍ່​ຄົ້ນ​ຄ້ວາ, ປັບປຸງ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ ຕາມ​ທິດ​ພັດທະນາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ຂະ​ແໜງ​ກວດກາ​ສອງ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ