ຄະນະຜູ້ແທນຂອງອົງການ VFW ມາຢ້ຽມຢາມ ແລະ ຊອກຮູ້ກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ

(VOVWORLD) - ຕອນບ່າຍວັນທີ 19 ມີນາ, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຫງວຽນເຕີມຈ໊ຽນ ປະທານສະມາຄົມ ຫວຽດນາມ - ອາເມລິກາ (ສະຫະພັນບັນດາອົງການມິດຕະພາບຫວຽດນາມ)  ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນຂອງອົງການ “ນັກຮົບເກົ່າ ໃນບາງສົງຄາມຢູ່ຕ່າງປະເທດ

ຄະນະຜູ້ແທນຂອງອົງການ VFW ມາຢ້ຽມຢາມ ແລະ ຊອກຮູ້ກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ - ảnh 1

 ປະທານສະມາຄົມ ຫວຽດນາມ - ອາເມລິກາ ຫງວຽນເຕີມຈ໋ຽນ ແລະ ທ່ານ Vincent 'B.J.' Lawrence, ຫົວໜ້າ VFM

(ພາບ: T.T/baoquocte.vn)

 ຕອນບ່າຍວັນທີ 19 ມີນາ, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຫງວຽນເຕີມຈ໊ຽນ ປະທານສະມາຄົມ ຫວຽດນາມ - ອາເມລິກາ (ສະຫະພັນບັນດາອົງການມິດຕະພາບຫວຽດນາມ)  ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນຂອງອົງການ “ນັກຮົບເກົ່າ ໃນບາງສົງຄາມຢູ່ຕ່າງປະເທດ (VFW)” ໂດຍທ່ານ Vincent “B.J” Lawrence, ຮອງຫົວໜ້າກົມໃຫຍ່ເສນາທິການ ເອກ VFW, ເປັນຫົວໜ້າຄະນະ, ເນື່ອງໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມໃນລະຫວ່າງ ວັນທີ 18 – 22 ມີນານີ້. ທີ່ການຕ້ອນຮັບ, ທ່ານ ຫງວຽນເຕີມຈ໊ຽນ ປະທານສະມາຄົມ ຫວຽດນາມ - ອາເມລິກາ ໄດ້ແນະນຳ ກ່ຽວກັບສະພາບການຂອງຫວຽດນາມໃນປັດຈຸບັນ; ບັນດາການເຄື່ອນໄຫວທາງດ້ານການ ຕ່າງປະເທດຂອງປະຊາຊົນຂອງ ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມ ຫວຽດນາມ - ອາເມລິກາ; ລາຍການໜູນຊ່ວຍມະນຸດສະທຳລະຫວ່າງສອງປະເທດ, ພິເສດແມ່ນເລື່ອງ ຟື້ນຟູຜົນຮ້າຍຢ້ອນຫຼັງຈາກລູກລະເບີດທີ່ຍັງຕົກຄ້າງພາຍຫຼັງສົງຄາມ; ບັນຫາທີ່ກ່ຽວຂ້ອງເຖິງຜູ້ ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ; ບັນດາການເຄື່ອນໄຫວ ເພື່ອແນໃສ່ແກ້ໄຂບັນຫາ ຊາວອາເມລິກາຖືກຫາຍສາບສູນໃນສົງຄາມຢູ່ຫວຽດນາມ. ທ່ານຫົວໜ້າຄະນະ VFW Vincent “B.J” Lawrence, ໃຫ້ຮູ້ວ່າ  ການຢ້ຽມຢາມຄັ້ງນີ້ ແມ່ນກາລະໂອກາດເພື່ອໃຫ້ພວກຂ້າພະເຈົ້າໄດ້ຖອດຖອນ ບົດຮຽນກ່ຽວກັບການຜ່ານຜ່າສົງຄາມ, ການບືນຕົວຂຶ້ນ ແລະ ການພັດທະນາຂອງຫວຽດນາມ;  ແລະ ໄດ້ຊອກຮູ້ກ່ຽວກັບປະເທດ ແລະ ຊາວຫວຽດນາມອີກດ້ວຍ

ຕອບກັບ

ຂ່າວ/ບົດ​ອື່ນ