ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ຝລັ່ງ
(VOVWORLD) -ໃນລະຫວ່າງວັນທີ 25 – 29 ຕຸລາ, ຄະນະຜູ້ແທນຂັ້ນສູງ ຂອງພັກກອມມູນິດ ຫວຽດນາມ ໂດຍທ່ານ ເຈິ່ນກວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ, ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ຝລັ່ງ. ໃນການຢ້ຽມຢາມ, ທ່ານເຈິ່ນກວກເວື້ອງໄດ້ ມີບັນດາການພົບປະ, ເຮັດວຽກກັບ ການນຳຕ່າງໆຂອງຝລັ່ງ.
ທ່ານ ເຈິ່ນກວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ພົບປະເຈລະຈາກັບທ່ານ Phillipe Dallier ຮອງປະທານຜູ້ທີໜຶ່ງຂອງສະພາສູງຝລັ່ງ (ພາບ: TTXVN) |
ທີ່ບັນດາການເຮັດວຽກ, ທ່ານເຈິ່ນກວກເວື້ອງ ຢັ້ງຢືນວ່າ ຫວຽດນາມຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ຝລັ່ງ ເຊິ່ງເປັນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຢູ່ ເອີລົບ ແລະ ໃນໂລກ, ມີທີ່ຕັ້ງບຸລິມະສິດສູງໃນນະຍບາຍທາງການທູດຂອງ ຫວຽດນາມ, ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ບັນດາກົນໄກສົນທະນາ ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມແລ້ວຢ່າງມີປະສິດທິຜົນ. ເມື່ອຕີລາຄາບົດບາດຂອງ ຝລັ່ງໃນສະຫະພາບເອີລົບ (EU), ທ່ານເຈິ່ນກວກເວື້ອງໄດ້ສະເໜີໃຫ້ສອງປະເທດເພີ່ມທະວີການຮ່ວມມືໃນຂອບເຂດບັນດາກົນໄກ ຂອງ ອາຊຽນ ແລະ ສະຫະປະຊາຊາດ, ພ້ອມທັງສະເໜີໃຫ້ຝລັ່ງວ່າ ດ້ວຍບົດບາດສຳຄັນຂອງຕົນໃນເອີລົບ, ຝລັ່ງຈະສືບຕໍ່ຊຸກຍູ້ເພື່ອໃຫ້ລັດຖະສະພາເອີລົບໃຫ້ສັດຕະຍາບັນບັນດາສົນທິສັນຍາ EVFTA ແລະ EVIPA ໂດຍໄວ.
ໂດຍ ຕາງໜ້າໃຫ້ແກ່ລັດຖະບານ, ລັດຖະສະພາຝລັ່ງໄດ້ສະເໜີໃຫ້ສອງປະເທດເພີ່ມທະວີການສົມທົບກັນເພື່ອຜັນຂະຫຍາຍບັນດາໂຄງການສຳຄັນທີ່ພວມໄດ້ຮັບການຮ່ວມມືໃຫ້ມີປະສິດທິຜົນກ່ວາອີກ, ສະແດງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືເສດຖະກິດ, ການຄ້າ ຢັ້ງຢືນວ່າ ຈະສືບຕໍໍ່ຊຸກຍູ້ລັດຖະສະພາເອີລົບ ແລະ ສະພາແຫ່ງຊາດຝລັ່ງໃຫ້ສັດຕະຍາບັນບັນດາສົນທິສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ສະຫະພາບເອີລົບ (EVFTA) ແລະ ສົນທິສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີລົບ (EVIPA). ຝລັ່ງກໍ່ສະແດງຄວາມສະໜັບສະໜູນຕໍ່ການແກ້ໄຂບັນດາການຂັດແຍ່ງຢູ່ ທະເລຕາເວັນອອກ ໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ຮັບປະກັນຄວາມໝັ້ນຄົງ, ຄວາມເສລີໃນການເດີນເຮືອ, ການບິນບົນພື້ນຖານ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982).