ຄະນະຜູ້ແທນແນວໂຮມປະເທດຊາດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ຈີນ

ຄະນະຜູ້ແທນແນວໂຮມປະເທດຊາດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ຈີນ - ảnh 1

(ທ່ານ​ນາງ ບູ່​ຍທິ​ແທງ ​ເຮັດ​ວຽກ​ກັບ​ທ່ານ  ຢ໋ຽວ​ເຈີ​ນຈີ໋ງ)

(vovworld) – ​ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍ​ທ່ານ​ນາງ ບູ່​ຍທິ​ແທງ ຮອງ​ປະທານ​ນຳ​ໜ້າ ພວມ​ມີ​ການ​ຢ້ຽ​​ມຢາມ​ສັນທະ​ວະ​ໄມຕີ ຈີນ ​ແຕ່​ວັນ​ທີ 19 – 24/10, ຕາມ​ຄຳ​ເຊີນ​ຂອງ​ຄະນະ​ກຳມະການ​ທົ່ວ​ປະ​ເທດ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ (CPCC). ຕອນ​ບ່າຍ​ວັນ​ທີ 20/10 ຢູ່​ນະຄອນຫລວງ ປັກ​ກິ​ງ, ຄະນະ​ຜູ້​ແທນ​ມີ​ການ​ເຮັດ​ວຽກ​ກັບ​ທ່ານ  ຢ໋ຽວ​ເຈີ​ນຈີ໋ງ ກຳມະການ​ປະຈຳ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ທົ່ວ​ປະ​ເທດ​ສະພາ​ປຶກສາ​ການ​ເມ​ືອງແຫ່ງ​ຊາດ ຈີນ. ທີ່​ການ​ພົບ​ປະ, ທ່ານ​ນາງ ບູ່​ຍທິ​ແທງ ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຢືນຢັນ​ວ່າ: ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຍາມ​ໃດ​ກໍ​ປາດ​ຖະໜາ​ຢາກ​ພ້ອມ​ກັບ ສະພາ​ປຶກສາ​ການ​ເມ​ືອງ​ແຫ່ງ​ຊາດ ຈີນ ​ເປີກ​ກ້ວາງ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ການ​ປະຕິບັດ​ງານ​ໃນ​ບົດ​ບາດພາລະ​ໜ້າ​ທີ່​ຂອງ​ຕົນ. ຝ່າຍ ຫວຽດນາມ ສະ​ເໜີ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົບ​ປະ, ​ແລກປ່ຽນບົດຮຽນ​ລະຫວ່າງ 2 ສຳນັກງານ ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ​ກ່ຽວ​ກັບການພັດທະນາສາຍ​ພົວພັນ ຫວຽດນາມ - ຈີນ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ພັດທະນາ​ເປັນ​ປົກກະຕິ, ປອດ​ໃສ ​ແລະ ໝັ້ນຄົງ.

ຂ່າວ/ບົດ​ອື່ນ