ງານຕະຫລາດນັດອາຫານການກິນອາຊຽນປີ2015

ງານຕະຫລາດນັດອາຫານການກິນອາຊຽນປີ2015 - ảnh 1
ງານ​ຕະ​ຫລາດ​ນັດ​ອາ​ຫານ​ການ​ກິນ​ອາ​ຊຽນ
(ພາບ: vietnamplus.vn)


(vovworld)- ​ງານ​ຕະ​ຫລາດ​ນັດ​ອາ​ຫານ​ການ​ກິນ​ອາ​ຊຽນ ດຳ​ເນີນ​ໄປ​ໃນ​ວັນ​ທີ 12/6 ຢູ່​ສຳ​ນັກ​ງານ​ຄະ​ນະ​ເລ​ຂາ ອາ​ຊຽນ ຢູ່ ນະ​ຄອນ​ຫລວງ ຈາ​ກາກ​ຕາ ປະ​ເທດ ອິນ​ໂດ​ເນ​ເຊຍ. ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂດຍ​ສະ​ໂມ​ສອນ​ແມ່​ຍິງ ອາ​ຊຽນ ຈັດ​ຕັ້ງ​ຂຶ້ນ​ປະ​ຈຳ​ປີ. ເຂົ້າ​ຮ່ວ​ມ​ງານ​ຕະ​ຫລາດ​ນັດ ມີ​ບັນ​ດາ​ຮ້ານ​ວາງ​ສະ​ແດງ​ຂອງ 10 ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ແລະ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ຄື: ຍີ່​ປຸ່ນ, ສ​ເກົາ​ຫລີ, ອິນ​ເດຍ, ນິວ​ເຢີ​ແລນ, ຈີນ… ແນະ​ນຳ​ບັນ​ດາ​ເຍື່ອງ​ອາ​ຫານ​ພິ​ເສດ​ຂອງ​ຊາດ​ຕົນ. ປີນີ້ ຫວຽດ​ນາມ ກໍ​ໄດ້​ແນະ​ນຳ​ບັນ​ດາ​ເຍື່ອງ​ອາ​ຫານ​ພິ​ເສດ​ ສະ​ແດງ​ໃຫ້​ເຫັນ​ຈຸດ​ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ​ອຸ​ດົມ​ສົມ​ບູນ, ຫລາຍ​ຮູບ​ຫລາຍ​ແບບ, ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ.

ຂ່າວ/ບົດ​ອື່ນ