ງານຕະຫຼາດນັດວາງສະແດງສາກົນຂະແໜງສິນໃນນຳ້2015

ງານຕະຫຼາດນັດວາງສະແດງສາກົນຂະແໜງສິນໃນນຳ້2015 - ảnh 1
(ພາບປະກອບ)

(vovworld) - ງານ​ຕະຫຼາດນັດ​ວາງສະ​ແດງ​ສາກົນ​ຂະ​ແໜງ​ສິນ​ໃນ​ນຳ້ 2015 ໄຂ​ຂຶ້ນ​ໃນ​ວັນ​ທີ 24/8, ຢູ່​ນະຄອນ​ໂຮ່ຈີ​ມິນ, ດ້ວຍ​ຮ້ານ​ວາງສະ​ແດງ 300 ກວ່າ​ຮ້ານ, ​ຂອງ 188 ວິ​ສາ​ຫະກິດ, ​ໃນ​ນັ້ນ​ມີ​ການ​ເຂົ້າ​ຮ່ວມ​ຂອງ 16 ປະ​ເທດ ​ແລະ ​ເຂດ​ແຄວ້ນ, ​ເຊິ່ງລວມມື: ອິນ​ເດຍ, ອັງກິດ, ການາ​ດາ, ຍີ່ປຸ່ນ, ອາ​ເມ​ລິ​ກາ… ນອກ​ນັ້ນ, ​ໃນ​ຂອບ​ເຂດງານ​ຕະຫຼາດນັດ​ວາງສະ​ແດງສາກົນ​ຂະ​ແໜງ​ສິນ​ໃນ​ນຳ້ 2015, ສະຫະ​ສະມາຄົມ​ຜະລິດ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​​ໃນ​ນຳ້​ຫວຽດນາມ ຍັງ​ສົມທົບ​ກັບ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຈັດຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ສະ​ເພາະ​ຂະ​ແໜງ, ອັນ​ຈະ​ປະກອບສ່ວນ​ຊ່ວຍ​ໃຫ້​ແຂກ​ທ່ອງ​ທ່ຽວ​ເຂົ້າ​ໃຈ​ແຈ້ງ​ກວ່າ​ ກ່ຽວ​ກັບ​ທ່າ​ອ່ຽງ ​ແລະ ​ແງ່​ຫວັງ​ຂອງ​ຂະ​ແໜງ​ສິນ​ໃນ​ນຳ້​ຫວຽດນາມ. ງານ​ຕະຫຼາດນັດ​ວາງສະ​ແດງ​ສາກົນ​ຂະ​ແໜງ​ສິນ​ໃນ​ນຳ້ 2015 ຈະ​ອັດ​ລົງ​ໃນ​ວັນ​ທີ 26/8.

ຂ່າວ/ບົດ​ອື່ນ