ງານບຸນຊຸດເສື້ອຍາວນະຄອນໂຮ່ຈິມິນຄັ້ງທີ 5: ການໂອ້ລົມສົນທະນາ “ຄວາມງາມຂອງຊຸດເສື້ອຍາວຫວຽດນາມ”

(VOVWORLD) -ໃນຂອບເຂດງານບຸນຊຸດເສື້ອຍາວນະຄອນໂຮ່ຈິມິນ ຄັ້ງທີ 5 ປີ 2018, ຕອນບ່າຍວັນທີ 08 ມີນາ, ພະແນກທ່ອງທ່ຽວ ແລະ ສະຫະພັນແມ່ຍິງນະຄອນໂຮ່ຈິມິນ ໄດ້ຈັດການໂອ້ລົມສົນທະນາ “ຄວາມງາມຂອງຊຸດເສື້ອຍາວຫວຽດນາມ”
ງານບຸນຊຸດເສື້ອຍາວນະຄອນໂຮ່ຈິມິນຄັ້ງທີ 5: ການໂອ້ລົມສົນທະນາ “ຄວາມງາມຂອງຊຸດເສື້ອຍາວຫວຽດນາມ” - ảnh 1 (ງານບຸນຊຸດເສື້ອຍາວນະຄອນໂຮ່ຈິມິນ ຄັ້ງທີ 5)

ເພື່ອແນໃສ່ໂຄສະນາພາບພົດຂອງຊຸດອາພອນປະຈຳຊາດຂອງຫວຽດນາມ ຜ່ານໄລຍະຕ່າງໆແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່, ພ້ອມທັງແມ່ນໂອກາດເພື່ອໃຫ້ເພື່ອນມິດສາກົນພ້ອມກັນແລກປ່ຽນ, ປຶກສາຫາລື ແລະ ພົບປະແລກປ່ຽນວັດທະນະທຳ.

        ທີ່ການໂອ້ລົມສົນທະນາ, ທ່ານນາງ ຫງວຽນທິຫງອັກບິ໋ກ, ປະທານສະຫະພັນແມ່ຍິງນະຄອນໂຮ່ຈິມິນ ເນັ້ນໜັກວ່າ: ຜ່ານການຈັດຕັ້ງມາເປັນ 5 ຄັ້ງນັ້ນ, ງານບຸນຊຸດເສື້ອຍາວນະຄອນໂຮ່ຈິມິນ ໄດ້ກາຍເປັນເຫດການວັດທະນະທຳ, ທ່ອງທ່ຽວສຳຄັນ, ທັງໂຄສະນາພາບພົດການທ່ອງທ່ຽວນະຄອນ, ທັງເຊີດຊູພາບພົດຂອງອາພອນປະຈຳຊາດຂອງຫວຽດນາມ.

        ກໍ່ທີ່ການໂອ້ລົມສົນທະນາ, ແຂກທີ່ເຂົ້າຮ່ວມໄດ້ຮັບຊົມ ແລະ ຊອກຮູ້ກ່ຽວກັບປະຫວັດຄວາມເປັນມາຂອງຊຸດເສື້ອຍາວຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ