ງານບຸນເຊີດຊູວັດທະນະທຳບັນດາເຜົ່າ ຫວຽດນາມ

ງານບຸນເຊີດຊູວັດທະນະທຳບັນດາເຜົ່າ ຫວຽດນາມ  - ảnh 1
(ພາບ: tinmoi.vn)

(vovworld) - ຕອນ​ຄ່ຳ​ວັນ​ທີ 19/4, ຢູ່​ບ້ານ​ວັດທະນະທຳ​ທ່ອງ​ທ່ຽວ​ບັນດາຊົນເຜົ່າ​ຫວຽດນາມ, ດົ່ງ​ໂມ, ຮ່າ​ໂນ້ຍ ​ໄດ້​​ຈັດ​​ງານ​ບຸນ​ເຊີດ​ຊູ​ວັດທະນະທຳ​ບັນ​ດາ​ຊົນ​ເຜ່ົາ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ງານ​ບຸນ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ຢຶນຢັນ​ວ່າ​ ​ໃນຕະຫຼອດ​ໄລຍະ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ, 54 ຊົນ​ເຜົ່າ​ອ້າຍ​ນ້ອງ​ຫວຽດນາມ ​ໄດ້​ພ້ອມ​ກັນ​ປະດິດ​ສ້າງ, ​ເພີ່ມ​ພຸ​ນຄຸນ​ສ້າງ​ພື້ນຖານ​ວັດທະນະທຳ​ຫວຽດນາມ.​​ ​ເປັນ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ ​ແລະ ​ເຂັ້ມ​ຂົນ​ໄປ​ດ້ວຍ​ສີສັນ​ຫວຽດນາມ ທີ່​ເປັນ​ເອກະລັກ​ສະ​ເພາະ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຊີ້​ແຈງ​ວ່າ: ຍາມ​ໃດພັກ ​ແລະ ລັດ​​ກໍ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງ​ນະ​ໂຍບາຍ​ສະ​ເໝີ​ພາບ, ມະຫາ​ສາມັກຄີ​ຂອງ​ບັນດາ​ເຜົ່າ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ເຖິງ​ການ​ພັດທະນາ​ວັດທະນະທຳຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ. ບັນດາ​ແຜນ​ນະ​ໂຍບາ​ຍພັດທະນາ​ວັດທະນະທຳ ນັບ​ມື້​ນັບ​ໄດ້​ຮັບ​ການ​ສ້າງ​ສຳ​ເລັດບໍລິ​ບູນ​ເພື່ອ​ແນ​ໃສ່​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ວັດທະນະທຳ​ຂອງ​ຊາດ. ທ່ານ​ເວົ້າ​ວ່າ:

ງານບຸນເຊີດຊູວັດທະນະທຳບັນດາເຜົ່າ ຫວຽດນາມ  - ảnh 2
(ພາບ: tinmoi.vn)

“ພວກ​ຂ້າພະ​ເຈົ້າ​​ເຊື່ອ​ໝັ້ນ​ວ່າ: ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ຊົນ​ເຜົ່າ, ບັນດາ​ທ້ອງ​ຖີ່​ນ, ​ເຂດ​ແຄ້ວ​ນ, ​ເຊີດ​ຊູ​ສີສັນ​ວັດທະນະທຳ​ບັນດາ​ເຜົ່າ​ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ການ​ອະນຸລັກ​ຮັກສາ​ໂຄສະນາ​ເຜີຍ​ແຜ່ ​ແລະ ພັດທະນາ​ວັດທະນະທຳ​ຫວຽດນາມ, ​ເພີ່ມ​ທະວີ​ກຳລັງ​ແຮງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ບັນດາ​ເຜົ່າ​ຫວຽດນາມ ​ແລະ ສ້າງ​ກຳລັງ​ໜຸນ​ໃຫ້​ແກ່​ການ​ພັດທະນາ​​ປະ​ເທດ​ຊາດ​ໃຫ້​ມີ​ຄວາມ​ວັດທະນາ​ຖາ​ວອນ”

​ແລະ​ກໍ​ໃນ​ຕອນ​ຄຳ​່ວັນ​ທີ 19/4,​ ຢູ່​ນະຄອນ ​ໂຮ່​ຈີ​ມິ​ນ ​ໄດ້​ຈັດ​ຕັ້ງ​ລາຍການ​ສະ​ແດງສິລະ​ປະ ຂ່ຳນັບ​ຮັບ​ຕ້ອນ​ວັນ​ບຸນວັ​ດທະນະ​ທຳ​ບັນດາ​ເຜົ່າ​ຫວຽດນາມ ປີ 2012, ດ້ວຍ​ການ​ເຄື່ອນ​ໄຫວ​ຕ່າງໆ ທີ່​ອຸດົ​ມສົມ​ບຸນ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຂອງ​ບັນດາ​ຊົນ​ເຜົ່າ​ອ້າຍ​ນ້ອງ​ທີ່​ດຳລົງ​ຊີວິ​ດ ​ໃນ​ບໍລິ​ເວນ​ນະຄອນຄື: ​ເຜົ່າ​ກິ​່ງ, ຮວາ, ຈຳ, ຂະ​ແມ.​.​.​

ຂ່າວ/ບົດ​ອື່ນ