ງານພົບປະແລກປ່ຽນສິລະປະ ຫວຽດນາມ-ອິນເດຍ
ຄະນະຜູ້ແທນປະຊາຊົນ ອິນເດຍ ຢ້ຽມຢາມຫໍພິພິທະພັນ ຈຳ
(ພາບ: A.D)
(vovworld) – ໂດຍສືບຕໍ່ການເຄື່ອນໄຫວຕ່າງໆໃນຂອບເຂດງານມະໂຫລານມິດຕະພາບຫວຽດນາມ - ອິນເດຍ ຄັ້ງທີ 5, ຕອນຄຳ່ວັນທີ 24/10, ຢູ່ນະຄອນດ່າໜັງ, ສະຫະພັນບັນດາອົງການມິດຕະພາບນະຄອນ ດ່າໜັງ ແລະ ຄະນະຜູ້ແທນປະຊາຊົນ ອິນເດຍ ໄດ້ຈັດຕັ້ງງານພົບປະແລກປ່ຽນສະແດງສິລະປະ ຫວຽດນາມ - ອິນເດຍ. ທີ່ງານພົບປະແລກປ່ຽນ ສະແດງສິລະປະ, ມີນັກສີລະປິນກ່ວາ 60 ຄົນຂອງອິນເດຍ ແລະ ບັນດານັກສີລະປິນ ແລະ ຄະນະສີລະປະກອນຂອງນະຄອນ ດ່າໜັງ ເຂົ້າຮ່ວມການສະແດງບັນດາລາຍການສີລະປະທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອ, ສະແດງນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ - ອິນເດຍ. ທ່ານ ຮິ່ງດຶກເຈື່ອງ, ປະທານສະຫະພັນບັນດາອົງການມິດຕະພາບ, ໃຫ້ຮູ້ວ່າ:
“ຄະນະຈັດຕັ້ງໄດ້ຈັດຕັ້ງງານມະໂຫລານຢູ່ນະຄອນ ດ່າໜັງ ແລະ ຖື ດ່າໜັງແມ່ນຈຸດສຸມໃນການຈັດຕັ້ງບັນດາການເຄື່ອນໄຫວໃນງານມະໂຫລານຄັ້ງນີ້. ຜ່ານລາຍການໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນກ່ຽວກັບວັດທະນະທຳລະຫວ່າງຫວຽດນາມ - ອິນເດຍ. ພວກຂ້າພະເຈົ້າປາດຖະໜາວ່າ: ປະຊາຊົນລຸ້ນຕ່າງໆຂອງ 2 ປະເທດຈະເພີ່ມພຸນຄຸນສ້າງ, ພັດທະນາ ແລະ ຮັກສາສາຍພົວພັນນີ້ໃຫ້ນັບມື້ນັບສະໜິດແໜ້ນຍິ່ງໆຂຶ້ນ”