ງານວາງສະແດງສິລະປະການຂຽນ ບົດກະວີເປັນພາສາຈີນຂອງປະທານ ໂຮ່ຈິມິນ

ງານວາງສະແດງສິລະປະການຂຽນ ບົດກະວີເປັນພາສາຈີນຂອງປະທານ ໂຮ່ຈິມິນ - ảnh 1

(ພາບ: VOV5)

(vovworld)- ​​​​ເພື່ອ​ມຸ້ງ​ໄປ​ເຖິງ​ພິທີ​ສະ​ເຫຼີ​ມສະຫຼອງ 123 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ (19/5/1890-19/5/2013), ຕອນ​ເຊົ້າວັນ​ທີ 13/5, ຢູ່​ຮ່າ​ໂນ້ຍ, ໜັງສືພິມ​ພະລັງງານ​ໃໝ່ ສົມທົບ​ກັບ​ມະ​ໂມ​ສອນ​ສິລະ​ປະຂຽນ​​ໜັງສື​ໜຸ່ມ​ຮ່າ​ໂນ້ຍ ​ໄດ້​ໄຂງານ​ວາງສະ​ແດງສິລະ​ປະການ​ຂຽນບົດ​ກະວີ​​ເປັນ​ພາສາ​ຈີນຂອງ​ປະທານ​ໂຮ່ຈິ​ມິນ. ​ໃນ​ໂອກາດ​ນີ້, ຄະນະ​ຈັດຕັ້ງ​ໄດ້​ຈັດຕັ້ງສິລະ​ປະການ​ຂຽນ​​ໜັງສື​ຈີນ​​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ນັກ​ຂຽນ​​ໜັງສື​ໜຸ່ມ 28 ຄົນຂອງມະ​ໂມ​ສອນສິລະ​ປະ​ຂຽນ​​ໜັງສື​​ໜຸ່ມ​ຮ່າ​ໂນ້ຍ. ອ້າຍ​ເລ​ຕຽນ​ດາດ, ສະມາຊິກມະ​ໂມ​ສອນ​ສິລະ​ປະຂຽນ​​ໜັງສື​​​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

   “ງານ​ວາງສະ​ແດງ​ຄັ້ງນີ້​ມີ​ບົດ​ກະວີ​ມ່ວນ ​ແລະ ມີ​ຄວາມ​ໝາຍ​ຫຼາຍ​ບົດ. ນ້ອກຈາກ​ບົດ​ກະວີ​ບັນທຶກໃນ​ຄຸກຂອງ​ປະທານ​ໂຮ່ຈິ​ມິນ​ແລ້ວ, ຂ້າພະ​ເຈົ້າຍັງ​ຂຽນ​ບາງ​ບົດ​ກະວີ​ເປັນ​ພາສາ​ຈີນອີກ. ນີ້​ເປັນຄັ້ງທຳ​ອິດ​ທີ່​ມີບັນດາ​ນັກ​ສິລະ​ປະຂຽນ​​ໜັງສື​ໜຸ່​ມຫຼາຍ​ຄົນເຂົ້າຮ່ວມ. ຄຸ​ນນະພາ​ບສິລະ​ປະການ​ຂຽນ​ໜັງສື​ກໍ່​ດີ​ກ່ວາ​ເມື່ອ​ທຽບ​​ໃສ່ກ່ອນນີ້“.

 

ຂ່າວ/ບົດ​ອື່ນ