ງານວາງສະແດງຮູບຖ່າຍສິລະປະ “ ອ້າຍທະຫານລຸງໂຮ່ - ບັນດາຜູ້ທີ່ດີງາມທີ່ສຸດ ”

ງານວາງສະແດງຮູບຖ່າຍສິລະປະ “ ອ້າຍທະຫານລຸງໂຮ່ - ບັນດາຜູ້ທີ່ດີງາມທີ່ສຸດ ” - ảnh 1
ງານ​ວາງ​ສະ​ແດງ​ຮູບ​ຖ່າຍສິ​ລະ​ປະດ້ວຍ​ຫົວ​ເລື່ອງ “ ອ້າຍ​ທະ​ຫານ​ລຸງ​ໂຮ່ - ບັນ​ດາ​ຜູ້​ທີ່​ດີ​ງາມ​ທີ່​ສຸດ ” 

(vovworld)-  ຕອນ​ເຊົ້າ​ວັນ​ທີ 14/12, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ໄດ້​ໄຂ​ງານ​ວາງ​ສະ​ແດງ​ຮູບ​ຖ່າຍສິ​ລະ​ປະດ້ວຍ​ຫົວ​ເລື່ອງ “ ອ້າຍ​ທະ​ຫານ​ລຸງ​ໂຮ່ - ບັນ​ດາ​ຜູ້​ທີ່​ດີ​ງາມ​ທີ່​ສຸດ ” . ງານ​ວາງ​ສະ​ແດງ​ຮູບ​ຖ່າຍສິ​ລະ​ປະດ້ວຍ​ຫົວ​ເລື່ອງ “ ອ້າຍ​ທະ​ຫານ​ລຸງ​ໂຮ່ - ບັນ​ດາ​ຜູ້​ທີ່​ດີ​ງາມ​ທີ່​ສຸດ ” ລວມ​ມີ​ຮູບ​ຖ່າຍ​ສິ​ລະ​ປະ​ກວ່າ 100 ແຜ່ນ ຊຶ່ງ​ໄດ້​ພັນ​ລະ​ນາ​ກ່ຽວ​ກັບ​ຮູບ​ພາບ​ທີ່​ມີ​ຊີ​ວິດ​ຊີ​ວ່າ​ຂອງ​ບັນ​ດາ​ນັກ​ຮົບ​ບົນ​ສະ​ໜາມ​ຮົບ ກໍ​ຄື ຄວາມ​ລຽບ​ງ່າຍ​​ໃນຊີ​ວິດ​ປະ​ຈຳ​ວັນຂອງ​ນັກ​ຮົບ….ທ່ານພັນ​ຕີ ໂງ​ຟຸກ​ຖ້ວນ ສັງ​ກັດ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ, ທ່າ​ກຳ​ປັ່ນ​ນະ​ຄອນ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ :

    “ ມາ​ຊົມ​ງານ​ວາງ​ສະ​ແດງ, ຂ້າ​ພະ​ເຈົ້າ​ດີ​ໃຈ ແລະ ເອກ​ອ້າງ​ທະ​ນົງ​ໃຈ​ຍ້ອນ ເປັນ​ນັກ​ຮົບ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ກໍ​ເຫັນ​ໄດ້​ເຖິງ​ຄວາມ​ໝາຍ​ຂອງວັນ​ນີ້, ທຸກໆ​ຄົນ​ຕ້ອງ​ມີ​ຊີ​ວິດ, ຕໍ່​ສູ້, ອອກ​ແຮງ​ງານ, ຮ່ຳ​ຮຽນ​ຄື​ແນວ​ໃດ ເພື່ອ​ສົມ​ກັບ​ເປັນ​ແບບ​ຢ່າງ​ຂອງ​ຄົນ​ລຸ່ນ​ກ່ອນໆ, ບັນ​ດາ​ຜູ້​ຄົນ​ໄດ້​ເສຍ​ສະຫຼະ​ເລືອດ​ເນື້ອ​ເພື່ອ​ນຳ​ມາ​ເຊິ່ງ​ການ​ດຳ​ລົງ​ຊີ​ວິດ​ທີ່​ອີ່ມ​ໜຳ​ສຳ​ລານ ແລະ ຜາ​ສຸກ​ຄື​ວັນ​ນີ້ ”

ຂ່າວ/ບົດ​ອື່ນ