ງານວາງສະແດງຮູບຖ່າຍແລະຮູບເງົາເອກະສານໃນປະຊາຄົມອາຊຽນ
ເລຕວຽດ,ເຟືອງກູກ,ນັກຂ່າວVOVປະຈຳພາກກາງ -  
ງານວາງສະແດງໄດ້ຮັບການຈັດຕັ້ງຢູ່ ກວາງບີ່ງ
(ພາບ: vietnamnet.vn)
|
(vovworld) – ຕອນຄ່ຳວັນທີ 14/7, ຢູ່ຫໍພິພິຕະພັນແຂວງ ກວາງບີ່ງໄດ້ຈັດຕັ້ງງານວາງສະແດງຮູບຖ່າຍ ແລະ ຮູບເງົາເອສາລະຄະດີ, ກະສານກ່ຽວກັບປະຊາຄົມ ອາຊຽນ. ງານວາງສະແດງໄດ້ນຳມາວາງສະແດງຮູບຖ່າຍກ່ວາ 200 ແຜ່ນ ແລະ ຮູບເງົາສາລະຄະດີ, ເອກະສານເກືອບ 50 ເລື່ອງ, ເຊິ່ງລ້ວນແຕ່ໄດ້ສ່ອງແສງຫຼາຍຫົວຂໍ້ທີ່ອຸດົມສົມບູນຄື: ຄວາມງາມຂອງປະເທດຊາດ, ປະຊາຊົນບັນດາປະເທດ ອາຊຽນ, ວັດທະນະທຳທີ່ເປັນມູນເຊື້ອຂອງບັນດາປະເທດ ອາຊຽນ, ປົກປັກຮັກສາສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ. ງານວາງສະແດງຍັງມີຊຸດສະແຕມ ແລະ ກາປະທັບລວມຂອງບັນດາປະເທດ ອາຊຽນ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ ແລະ ສື່ສານ ເຈືອງມິງຕ໋ວນ, ໃຫ້ຮູ້ວ່າ:
“ເມື່ອເຂົ້າຮ່ວມງານວາງສະແດງນີ້, ພວກເຮົາເຂົ້າໃຈກ່ວາກ່ຽວກັບວັດທະນະທຳມະນຸດ ແລະ ສິ່ງແວດລ້ອມຂອງບັນດາປະເທດໃນພາກພື້ນ ອາຊຽນ. ຜ່ານນັ້ນສ້າງເງື່ອນໄຂໃຫ້ປະຊາຊົນບັນດາປະເທດນັບມື້ນັບຫຍັບມໍ່ເຂົ້າກັນກ່ວາ ຍ້ອນພື້ນຖານວັດທະນະທຳ ອາຊຽນ ເຕັມໄປດ້ວຍສີສັນຫຼາຍຮູບຫຼາຍແບບໃນຄວາມເປັນເອກະພາບ…”
ງານວາງສະແດງເປີດປະຕູຮອດວັນທີ 17/7/2015 ຈຶ່ງຈະອັດລົງ.
ເລຕວຽດ,ເຟືອງກູກ,ນັກຂ່າວVOVປະຈຳພາກກາງ