ງານວາງສະແດງ ກ່ຽວກັບ ຮ່ວາງຊາ - ເຈື່ອງຊາ ດຶງດູດແຂກເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ

ງານວາງສະແດງ ກ່ຽວກັບ ຮ່ວາງຊາ - ເຈື່ອງຊາ ດຶງດູດແຂກເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ - ảnh 1
ພາບປະກອບ

 (vovworld) - ​ແຂວງ ​ແຄ໋ງຮ່ວາ ພວມ​ວາງສະ​ແດງ​ແຜນ​ທີ່​ເດີມ 4 ​ແຜ່ນ ທີ່ຢັ້ງຢືນ​ອະທິປະ​ໄຕ​ຂອງ ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ 2 ​ແຫ່ງ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ​ແຜນ​ທີ່​ເດີມ 4 ​ແຜ່ນ ​ໄດ​້ອະທິບາຍ​ດ້ວຍ 3 ພາສາ​ຄື: ພາສາ​ ຫວຽດນາມ, ພາສາ​ອັງກິດ, ພາສາ ຈີນ. ​ເອື້​ອຍ Chiristian Lee, ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ ອາ​ເມ​ລິ​ກາ ​ໃຫ​້ຮູ້​ວ່າ:

“ຂ້າພະ​ເຈົ້າ ​ໄດ້​ຮັບ​ຟັງ​ກ່ຽວ​ກັບ​ບັນດາ​ເຫດການ​ພິດ​ພາດ​ໃນ​ທະ​ເລ​ຕາ​ເວັນ​ອອກຫຼາຍ​ແລ້ວ. ດຽວ​ນີ້ ​ໄດ້​ຮັບ​ຊົມ​ບັນ​ດາ​ແຜນ​ທີ່​ເດີມ​ຢູ່​ທີ່​ນີ້, ຂ້າພະ​ເຈົ້າ​ເຫັນ​ວ່າ ຫວຽດນາມ ມີ​ພະຍານ​ຫຼັກ​ຖານ​ຢ່າ​ງພຽງພໍ​ກ່ຽວ​ກັບ​ອະທິປະ​ໄຕ​ທີ່​ມີ​ຕໍ່​ໝູ່​ເກາະ ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ”

ປະຈຸ​ບັນ, ບັນດາ​ແຜນ​ທີ່​ດັ່ງກ່າວຍັງ​ໄດ້​ວາງສະ​ແດງ​ຢູ່​ບັນດາ​ສະຖານ​ທີ່​ສາທາລະນະ​ຄື: ສະໜາມ​ບິນ​ສາກົນ ກາມ​ແຣງ, ສະຖານີ​ລົດ​ໄຟ ຍາ​ຈາງ, ສູນ​ກອງ​ປະຊຸມ​ແຂວງ, ມະຫາວິທະຍາ​ໄລ ຍາ​ຈາງ.​.​.​

ສ່ວນ​ຢູ່​ນະຄອນ ດ່າ​ໜັງ, ພາຍຫຼັງ​​ຈັດ​ຕັ້ງ​ໃນ​ເວລາ 1 ​ເດືອນ, ງານ​ວາງສະ​ແດງ​ບັນດາ​ເອກະສານ​ທີ່​ກ່ຽວ​ຂ້ອງ​ເຖິງ​ອະທິປະ​ໄຕ​ຂອງ ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ ຮ່ວາງ​ຊາ, ​ເຈື່ອງ​ຊາ, ຢູ່ ຫໍພິພິຕະພັນ ດ່າ​ໜັງ ​ໄດ້​ດຶງ​ດູດ​ແຂກ​ເຂົ້າຊົມ​ນັບ ພັນໆ​ເທື່ອ​ຄົນ. ​ແຂ​ກທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໄດ້​ສະ​ແດງ​ການ​ສະໜັບ​ສະ​ໜູນ​ຕໍ່​ຄວາມ​ຈິງ ​ແລະ ຄວາມ​ຍຸຕິ​ທຳ ຜ່ານ​ບັນດາ​ເອກະສານ​ທີ່​ມີ​ຄຸນ​ຄ່າ​ດັ່ງກ່າວ.

 

ຂ່າວ/ບົດ​ອື່ນ