ງານວາງສະແດງ ”ຮ່ວາງຊາ-ເຈື່ອງຊາ ຂອງຫວຽດນາມ- ບັນດາພະຍານຫຼັກຖານ ປະຫວັດສາດ”

ງານວາງສະແດງ ”ຮ່ວາງຊາ-ເຈື່ອງຊາ ຂອງຫວຽດນາມ- ບັນດາພະຍານຫຼັກຖານ ປະຫວັດສາດ” - ảnh 1

ແຜນ​ທີ່​ຮ່ວາງ​ຊາ-​ເຈື່ອງ​ຊາ

(ພາບ:vov5)

(vovworld)- ​​​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ​ເອກະສານ ”ຮ່ວາງຊາ-ເຈື່ອງຊາ ຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ” ​ໂດຍ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຈັດຕັ້ງຂຶ້ນ ​ໄດ້​​ໄຂຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 9/7, ຢູ່​ຮ່າ​​ໂນ້ຍ. ງານ​ວາງສະ​ແດງ​ໄດ້​ແນະນຳ​​ແຜນທີ່ 150 ​ແຜ່ນ ​ແລະ ບັນດາ​ເອກະສານ, ວັດຖຸ​ພັນ​ຂອງ​ບັນດາ​ນັກຄົ້ນຄ້ວາ, ນັກຮຽນ​ຮູ້​ຫວຽດນາມ ​ແລະ ສາກົນ. ​ແຜນ​ທີ່ ​ແລະ ​ເອກະສາ​ນນຳ​ມາ​ວາງສະ​ແດງ​ຄັ້ງນີ້ ​ແມ່ນ​ພະຍານ​ຫຼັກ​ຖານ​ດ້ານ​ປະຫວັດສາດ ​ແລະ ກົດໝາຍ​ພິສູດ​ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​​ເຂດ​ໝູ່​ເກາະຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ສາດສະດາຈານ, ດຣ ຫງວຽນ​ກວາງ​ຫງອກ, ຮອງ​ປະທານ​ສະມາຄົມ​ວິທະຍາສາດ​ປະຫວັດສາດ​ຫວຽດນາມ ຢືນຢັນ​ວ່າ: ບັນ​ດາ​ເອກະສານ​ໃຫ້​ເຫັນ​ວ່າ: ນັບ​ແຕ່​ສະ​ໄໝ​ສັກ​ດີ​ນາ, ລັດ​ຫວຽດນາມ ​ໄດ້ກຳນົດ, ປະຕິບັດ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ​ຕໍ່​ເຂດ​ໝູ່​ເກາະ​ຮວ່າງ​ຊາ ​ແລະ ​ເຈື່ອງ​ຊາ:

   ”ນັບ​ແຕ່​ຕົ້ນສັດຕະວັດ​ທີ 17 ຈົນ​ຮອດ​ຕົ້ນສັດຕະວັດ​ທີ 20, ອະທິປະ​ໄຕ​ຂອງ​ຫວຽດນາມ ຢູ່​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ບໍ່​​ເຄີຍຖືກ​ປະ​ເທດ​ໃດ​ຄັດຄ້ານ ຫລືພິພາດກັນ. ​ໃນ​ປະຈຸ​ບັນ​ນີ້, ຫວຽດນາມ ​ກຳນົດ ​ແລະ ປະຕິບັດ​ອະທິປະ​ໄຕ​ສຳລັບ​ເຂດ​ໝູ່​ເກາະ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ​ໂດຍ​ສັນ​ຕີ​ວິທີ ​ແລະ ຄົບ​ຖ້ວນ. ​ເອກະສານຂອງຫວຽດນາມ, ຫຼາຍ​ປະ​ເທດ​ຕາ​ເວັນ​ຕົກ ​ແລະ ນັບ​ທັງ​ຈີນ ທີ່​ພວກ​ຂ້າພະ​ເຈົ້າ​ໄດ້​ແນະນຳ ມີ​ຈຸດ​ທີ່​ເປັນ​ເອກະ​ພາບ​ກັນ, ​ເພີ່ມ​ເຕີ່​ມ​ໃຫ້​ກັນ ​ເພື່ອ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ແຈ້ງ​ກ່ວາ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ ຢູ່​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ”.

ຂ່າວ/ບົດ​ອື່ນ