ປີ 2012, ຂະແໜງປະຊາກອນວາງແຜນຄອບຄົວ ຮ່າໂນ້ຍ ສູ້ຊົນຫຼຸດອັດຕາການເກີດລົງ 0,2/ພັນ, ຫຼຸດອັດຕາເກີດລູກຜູ້ທີ 3 ແມ່ນ 0,5%. ນີ້ແມ່ນຈຸດໝາຍທີ່ໄດ້ຍົກອອກມາໃນງານໂຮມຊຸນນຸມມິດຕິງສະເຫຼີມ ສະຫຼອງ 50 ປີ ແຫ່ງວັນມູນເຊື້ອຂະແໜງປະຊາກອນວາງແຜນຄອບຄົວ ຫວຽດນາມ ຄືວັນທີ 26 ທັນວາ 1961 - 26 ທັນວາ 2011 ແລະ ການພົບປະກັບພະນັກງານທີ່ເຮັດວຽກງານປະຊາກອນຜ່ານໄລຍະຕ່າງໆໂດຍຄະນະກຳມະການ ປຊຊ ຮ່າໂນ້ຍ ຈັດຕັ້ງໃນຕອນເຊົ້າວັນທີ 26 ທັນວາ. ຮ່າໂນ້ຍ ແມ່ນທ້ອງ ຖີ່ນນຳໜ້າໃນທົ່ວປະເທດກ່ຽວກັບບາງຄາດໝາຍໃນວຽກງານປະຊາກອນວາງແຜນຄອບຄົວ. ຮູບແບບຄອບຄົວມີລູກແຕ່ 1 ຫາ 2 ຄົນພວມກ່າຍເປັນມາດຖານຕົວແບບໃນສັງຄົມ. ກ່າວຄຳເຫັນຢູ່ທີ່ພິທີຊຸມນຸມມິດຕິງ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນວຽດຕ໋ຽນ ເວົ້າວ່າ.
“ຫວຽດນາມ ເວົ້າລວມ ແລະ ນະຄອນ ຮ່າໂນ້ຍ ເວົ້າສະເພາະພວມກ້າວເຂົ້າສູ່ໄລຍະສ້າງໂຄງປະກອບປະຊາກອນຕາມມາດຖານ ແລະ ອັດຕາສ່ວນເພີ່ມ ປະຊາກອນຂອງ ຮ່າໂນ້ຍ ກໍ່ໄດ້ບັນລຸລະດັບການເກີດທົດແທນ, ແຕ່ຄຽງຂ້າງນັ້ນ, ພວກເຮົາກະກ່ຽມປະເຊີນໜ້າກັບຄວາມຫຍຸ້ງຍາກສິ່ງທ້າທ້າຍ, ຕ້ອງມີການຊີ້ນຳຢ່າງໃກ້ຊິດກໍ່ຄືວິທີປະຕິບັດ, ແຜນການລະອຽດ ຈາກນັ້ນພວກເຮົາຈຶ່ງສາມາດແກ້ໄຂບັນຫາປະຊາກອນໄດ້ຢ່າງເຖິງຖອງ ” .