ງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງວັນຄອບຄົວ ຫວຽດນາມ

ງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງວັນຄອບຄົວ ຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ກ່າວຄຳເຫັນທີ່ງານໂຮມຊຸມນຸມມິດຕິງ
(ພາບ: VGP/Từ Lương)

(vovworld) – ງານ​ໂຮມ​ຊຸມນຸມມິດຕິງ​ສະ​ເຫຼີ​ມສະຫຼອງ​ວັນ​ຄອບຄົວ ຫວຽດນາມ ​ໄດ້​ຖືກຈັດຂຶ້ນຢູ່ ຮ່າ​ໂນ້ຍ​ໃນ​ວັນ​ທີ 28/6, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 150 ຄອບຄົວ​ວັດທະນະທຳ​ດີ​ເດັ່ນ​ໃນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍທີ່ນະຄອນຫຼວງ ຮ່າ​ໂນ້ຍ. ທີ່​ງານ​ໂຮມ​ຊຸມນຸມມິດຕິງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ: ຄອບຄົວ​ແມ່ນ​ຈຸ​ລັງ​ຂອງ​ສັງຄົມ, ​ແມ່ນ​ບ່ອນ​ກໍ່ສ້າງມະນຸດ, ພາສາ, ຮັກສາ​ວັດທະນະທຳ, ​ເພ່ີມ​ພຸມ​ຄຸນ​ສ້າງ, ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ແຕ່ລະຄົນ. ສ້າງ​ຄອບຄົວ​ອິ​ມໜຳ​ສຳລານ ​ມີ​ຄວາມ​ຜາ​ສຸດ​ແມ່ນ​ຈຸດ​ໝາຍທີ່ຍາມ​ໃດ​​ພັກ ​ແລະ ລັດ ​ກໍ່ເອົາ​ໃຈ​ໃສ່. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຊີ້​ນຳ​ວ່າ:

“ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງທ່ຽວ ດ້ວຍ​ພາລະ​ໜ້າ​ທີ່​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ວຽກ​ງານ​ຄອບຄົວ, ຄວນ​ສົບ​ທົບ​ກັນ​ຢ່າ​ງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ສົມທົບ​ກັນ. ກະຊວງ​ສຶກສາ​ບຳລຸ​ງສ້າງ​ຄວນ​ນຳ​ເນື້ອ​ໃນ​ສ້າງ​ຄອບຄົວ​ເຂົ້າ​ໃນ​ໂຄງການ​ສຶກສາ​ມາມັນເພື່ອ​ເຮັດ​​ໃຫ້​ເດັກນ້ອຍ ຫວຽດນາມ ​ເຂົ້າ​ໃຈ​ໄດ້​ວ່າ: ຊາວ ຫວຽດນາມ ຜູ້​ໄດ້​ກໍ່ມີປະ​ເທດ​ຊາດ, ວົງ​ຕະກຸນ ​ແລະ ຄອບຄົວ.​.. ນີ້​ແມ່ນ 3 ​ເສົາ​ຄ້ຳ​ດ້ານ​ວັດຖຸ, ວັດທະນະທຳ​ທາງ​ຈິດ​ວິນ​ຍານ​ຂອງ​ຊາດ ຫວຽດນາມ, ຂອງ ຊາວ ຫວຽດນາມ ​ແມ່ນ​ກົກ​​ເຂົ້າ​ເຫງົ້າ​ກໍ່​ຂອງ​ກຳລັງ​ແຮງ​ອະ​ດິດຕະການ ​ແລະ ອະນາຄົດ​ຂອງ​ຊາດ ຫວຽດນາມ.”

ຂ່າວ/ບົດ​ອື່ນ