ງານໂຮມຊຸມນຸມສະເຫຼີມສະຫຼອງວັນຊາດສປປລາວຄົບຮອບ40ປີແລະວັນຄ້າຍວັນເກີດຂອງປະທານໄກສອນພົມວິຫານ

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 02/12/2015, ຢູ່​ໂຮງ​ລະ​ຄອນ​ໃຫຍ່​ຮ່​າ​ໂນ້ຍ, ​ທີ່ນະ​ຄອນ​ຮ່າ​ໂນ້ຍ, ໄດ້​ຈັດງານ​ໂຮມ​ຊຸມ​ນຸມ​ສະ​ເຫຼີມ​ສະ​ຫຼອງວັນ​ຊາດສ​ປ​ປ.​ລາວ ​ຄົບ​ຮອບ 40 ປີ (02/12/1975 – 02/12/2015) ​ແລະ​ ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ​ ໄກ​ສອນ​ ພົມ​ວິ​ຫານ (13/12/1920 – 13/12/2015). ເຂົ້າ​ຮ່ວມ​ພິ​ທີ​ມີ​ທ່ານ ຫງວຽນ​ຊິງ​ຮຸ່ງ, ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ສະ​ພາ​ແຫ່ງ​ຊາດ; ທ່ານ ນົງ​ດຶກ​ແມ້ງ, ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ການ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ; ທ່ານ ຫງວຽນ​ຊວນຟຸກ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ; ທ່ານ ດິງ​ເທ໋​ຮ​ີນ, ກຳ​ມະ​ການ​ກົມ​ການ​ເມືອງ, ຫົວ​ໜ້າ​ຄະ​ນ​ະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມ​ະ​ຫານ​ຊົນ​ສູນ​ກາງ, ອະ​ດີດ​ນັກ​ຊ່ຽວ​ຊ​ານ, ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ - ລາວ.


ງານໂຮມຊຸມນຸມສະເຫຼີມສະຫຼອງວັນຊາດສປປລາວຄົບຮອບ40ປີແລະວັນຄ້າຍວັນເກີດຂອງປະທານໄກສອນພົມວິຫານ - ảnh 1
(ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ, ເອກ​ອັກ​ຄະ​ລັດ​ລາວ ປະ​ຈຳສ​ສ.ຫວຽດ​ນາມ)

​​ກ່າວ​ສູນ​ທອນ​ພົດ​ທີ່​ພິ​ທີ, ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​ປ​ປ​.ລາວ ປະ​ຈຳສ​ສ.ຫວຽດ​ນາມ ໃຫ້​ຮູ້​ວ່າ: ພາຍ​ຫຼັງໄດ້​ຮັບ​ການ​ສາ​ຖາ​ປະ​ນາ, ລາວ ແມ່ນ​ປະ​ເທດຫຼ້າ​ຫຼັງ ແລະ ​ດ້ອຍ​ພັດ​ທະ​ນາ. ແຕ່​ຜ່ານ 40 ປີແຫ່ງ​ການ​ສ້າງ​ສາ ແລະ ພັດ​ທະ​ນ​າ, ພາຍ​ຫຼັງ 30 ປີ​ແຫ່ງ​ການ​ປ່ຽ​ນ​ໃໝ່, ລາວ ໄ​ດ້​ຮັບ​ການ​ພັດ​ທະ​ນາ​ເທື່ອ​ລະ​ກ້າວ. ປະ​ຊາ​ຊົນ​ລາວ ​ບັນ​ດາ​ເຜົ່າຍາມ​ໃດ​ກໍມີ​ສະ​ຕິ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ດາ​ຜົນ​ງານ​ເຊິ່ງ​ລາວ ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຕ່​ໍ​ສູ້​ກູ້​ຊາດເມື່ອ​ກ​ອນນີ້, ກໍ​ຄື​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນ​າ​ປະ​ເທດ​ຊາດ​ໃນ​ປະ​ຈ​ຸ​ບັນ.

(ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ,

ເອກ​ອັກ​ຄະ​ລັດ​ຖະ​ທູດລາວ​ປະ​ຈຳ​ຫວຽດ​ນາມ)


ງານໂຮມຊຸມນຸມສະເຫຼີມສະຫຼອງວັນຊາດສປປລາວຄົບຮອບ40ປີແລະວັນຄ້າຍວັນເກີດຂອງປະທານໄກສອນພົມວິຫານ - ảnh 2
(ຫງວຽນ​ຊິງ​ຮຸ່ງ, ກຳ​ມະ​ການ​ກົມ​ການ​ເມືອງ,
ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ)


ທີ່​ພິ​ທີ, ທ່ານ ຫງວຽນ​ຊິງ​ຮຸ່ງ, ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ໄດ້​ສົ່ງ​ຄຳ​ອວຍ​ພອນ​ໄຊ​ອັນ​ປະ​ເຊີດ​ຕໍ່​ບັນ​ດາ​ຜົນ​ງານ​ເຊິ່ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ບັນ​ລຸ​ໄດ​້, ກໍ​ຄື​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ - ລາວ ໃນ​ຕະ​ຫຼອດ​ໄລ​ຍະ 40 ປີ​ຜ່ານ​ມາ.

      “ປະ​ຊາ​ຊົນ​ຫວຽດ​ນາມ ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ຮູ້​ບຸ​ນ​ຄູນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ທ່ານ​ປະ​ທານ ໄກ​ສອນ ພົມ​ວິ​ຫານ ກ່ຽວ​ກັບ​ບັນ​ດາ​ການ​ອຸ​ທິ​ດ​ສ່ວນ​ຢ່າງ​ໃຫ​ຍ່​ຫຼວງ ໃນ​ການ​ກໍ່ຕັ້ງ ແລະ ​ເພີ່ມ​ພ​ູນ​ຄູນ​ສ້າງສາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບ​ບ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ - ລາວ. ປະ​ຊາ​ຊົນ​ຫວຽດ​ນ​າມ ຍາ​ມ​ໃດ​ກໍ​ມີ​ສະ​ຕິ​ຄວາມ​ຮັບ​ຮູ້​ວ່າ, ແຕ່​ລະ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ ໃນ​ພາ​ລະ​ກິດ​ປົດ​ປ່ອ​ຍ​ຊາດ​ໃນ​ເມື່ອກ່ອນ ກໍ​ຄື​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ ລ້ວນ​ແຕ່​ຕິດ​ພັນ​ກັບ​​ນຳ​້​ ໄຈສາ​ມັກ​ຄີ, ການ​ສະ​ໜັບ​ສະ​ໜູນ, ຊ່ວຍ​ເຫຼືອ​ຂອງ​ປະ​ຊາ​ຊົນ​ລາວ ອ​້າຍນ​້ອງ.”

      ເນື່ອ​ງ​ໃນ​ໂອ​ກາດນີ້, ທ່ານ ຫງວ​ຽນ​ຊິງ​ຮຸ່ງ, ຂ​ໍ​ອວຍ​ພອນ​ປະ​ຊາ​ຊົນ​ລາວ ບັນ​ດາ​ເຜົ່າ ອ້າຍ​ນ້ອງ, ພາຍ​ໃຕ້​ກາ​ນ​ຊ​ີ້​ນຳ​ນຳ​ພາ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຈະ​ສືບ​ຕໍ່​ຍາດ​ໄດ້​ໄຊ​ຊະ​ນະ​ໃໝ່​ຫຼາຍ​ຢ່າງ​ກວ່າອ​ີກໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ລາວ ສັນ​ຕິ​ພາບ, ເອ​ກະ​ລາດ ແລະ ວັດ​ທະ​ນາ​ຖາ​ວອນ.




ຂ່າວ/ບົດ​ອື່ນ