ຈັດການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດວັນແມ່ຍິງສາກົນ

ຈັດການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດວັນແມ່ຍິງສາກົນ - ảnh 1
ແຂວງ ​ແຄ້ງ​ຮ່ວາ ​ຈັດ​ຕັ້ງ​ສະ​​ເຫຼີມສະຫຼອງ​ວັນ​ແມ່ຍິງ​ສາກົນ 8/3


Vovworld- ຕອນ​ເຊົ້າ​ວັນ​ທີ 8 ມີນາ, ຢູ່​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມ ສະຫຼອງວັນແມ່​ຍິງສາກົນຄົບຮອບ 102 ປີ ​ແລະ ວັນ​ລຸກ​ຮື້​ຂຶ້ນ​ຂອງ 2 ພະນາ​ງ ຈຶງຄົບຮອບ 1972 ປີ. ທີ່​ພິທີ​ດັ່ງກ່າວ, ທ່ານ​ຫງວຽນ​ວັນ​ດົວ ຮອງ​ເລ​ຂາ​ຜູ້​ປະຈຳ ການ​ຄະນະພັກ​ນະຄອນ​ໂຮ່ຈິ​ມິນ​ສະ​ແດງ​ຄວາມ​ຫວັງ​ວ່າ ປີ 2012 ສະມາຄົມ​ແມ່ຍິງ​ນະຄອນ​ຄວນສືບ​ຕໍ່​ປ່ຽນ​ໃໝ່​ແບບ​ວິທີ​ການ​ເຄື່ອນ​ໄຫວ​ເພື່ອ​ປະຕິບັດ​ວຽກ​ງານ​ແມ່ຍິງ​ເປັນ​ຢ່າງ​ດີ​ກ່ວາ ພ້ອ​ມທັງ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ວັດທະນະທຳ​ສັງຄົມ​ຂອງ​ນະຄອນ.ທ່ານ​ຫງວຽນ​ວັນ​ດົວຮອງ​ເລ​ຂາ​ຜູ້​ປະຈຳການ​ຄະນະພັກ​ນະຄອນ​ໂຮ່ຈິ​ນກ່າວວ່າ:

   “ ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ຂອງ​ບັນດາ​ສະມາຄົມ​ເພື່ອ​ດຶງ​ດູດ, ​ເຕົ້າ​ໂຮມ​ແມ່ຍິງ, ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ແມ່ຍິງ​ຜູ້​ທຸກ​ຍາກ, ​ແມ່ຍິງ​ເຂດ​ຊົນນະບົດ, ກຳມະກອນ​ຍິງ​ທີ່​ມີ​ສະພາບ​ຫຍຸ້ງຍາກ. ສືບ​ຕໍ່​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ໜູນຊ່ວຍ​ໃຫ້​ກູ້​ຢືມ​ທຶນ, ຮັກສາ​ສິ່ງ​ແວດ​ລ້ອມ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ແມ່ຍິງ​ສ້າງການ​ດຳລົງ​ຊີວິດ​ເປັນ​ປົກກະຕິ, ຊ່ວຍ​ແມ່ຍິງ​ກຳນົດ​ບົດບາດ​ໜ້າ​ທີ່ຂອງ​ຕົນ​ຢ່າ​ງຈະ​ແຈ້ງ​ກ່ວາ ​ແລະ ມີ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ກ່ວາ​ໃຫ້​ແກ່​ຄອບຄົວ ​ແລະ ສັງ​ຄົມ.”

    ​ແລະ ກໍ​ເນື່ອງ​ໃນສະ​ເຫຼີ​ມສະຫຼອງວັນແມ່​ຍິງສາກົນຄົບຮອບ 102 ປີ ຄື 8/3, ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງທີ່​ມີ​ຄວາມ​ໝາຍ, ຮັບ​ຮູ້​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະ​ສິດທິ​ຜົນ​ຂອງ​ແມ່​ຍິງຫວຽດນາມ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ຢູ່​ແຂວງ ບິງ​ດິ້ງ, ສະມາຄົມ​ແມ່ຍິງ​ຂັ້ນ​ຕ່າງໆ​ໃນ​ແຂວງ​ໄດ້​ຈັດການ​ເຄືອ່​ນ​ໄຫວ​ວັດທະນະທຳ​ສິລະ​ປະ, ​ແຂ່ງຂັນ​ປຸ່ງ​ແຕ່ງອາຫານ, ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ບົດບາດ​ຂອງ​ແມ່ຍິງ​ໃນ​ໄລຍະ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ຊອກ​ຮູ້​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ ​ແລະ ອື່ນໆ. ​ຢູ່​ແຂວງ ຊອກ​ຈັ່ງ, ສະມາຄົມ​ແມ່ຍິງ​ແຂວງ​ໄດ້​ຈັດ​ງານ​ປະ​ກວດ​ນັກ​ໂຄສະນາ​ກ່ຽວກັບ​ການ​ສະກັດ​ການ​ໃຊ້​ຄວາມ​ຮຸ່ນ​ແຮງ​ໃນ​ຄອບຄົວ. ສ່ວນ​ສະຫະ​ສະມາຄົມ​ນັກທຸລະກິດ​ຍິງ​ແຂວງ ​ແທງ​ຮ້ວາ ​ໄດ້​ຈັດການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ຫົວ​ເລື່ອງ: “ ນັກທຸລະກິດ​ຍິງ​ແຂວງ ​ແທງ​ຮ້ວາ ຜ່າ​ຍຜ່າ​ຄວາມ​ຫຍຸ້ງຍາກ​​ໃນ​ໄລຍະ​ເຊື່ອມ​ໂຍງ​ເຂົາ​ກັບ​ສາກົນ ”.
ຂ່າວ/ບົດ​ອື່ນ