ຈັດການເຄື່ອນໄຫວ ຕ່າງໆເນື່ອງໃນ ໂອກາດວັນມູນເຊື້ອ ນັກຮຽນ, ນັກສຶກສາ ຫວຽດນາມ

ຈັດການເຄື່ອນໄຫວ ຕ່າງໆເນື່ອງໃນ ໂອກາດວັນມູນເຊື້ອ ນັກຮຽນ, ນັກສຶກສາ ຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ຕອນ​ຄໍ່າ​ວັນ​ທີ 08/01, ຢູ່​ຫໍ​ວັດທະນະທຳ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ດຳ​ເນີນ​ພິທີ​ຍ້ອງຍໍ “ນັກຮຽນຕັ້ງໜ້າ 3 ຢ່າງ” ​ໃນ​ສົກ​ຮຽນ 2013 – 2014 ​ໃຫ້ 56 ຄົນ. ນັກຮຽນ 56 ຄົນ​ທີ່​​ໄດ້​ຮັບ​ການ​ຍ້ອງຍໍ​ໃນ​ຄັ້ງ​ນີ້​ແມ່ນ​ບັນດາ​ນັກຮຽນ​ທັງ​ຮຽນ​ເກັ່ງ, ທັງ​ຕັ້ງໜ້າ​ຝືກຝົນ​ຫຼໍ່​ຫຼອມ ​ແລະ ຕັ້ງໜ້າ​​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ. ຕາມ​ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ​ແລ້ວ, ຂະ​ບວນການ​​ແຂ່ງຂັນ “ນັກຮຽນຕັ້ງໜ້າ 3 ຢ່າງ” ​ແມ່ນ​ຕັ້ງໜ້າ​ຮໍ່າຮຽນ; ຕັ້ງ​ໜ້າຫຼໍ່​ຫຼອມຄຸນສົມບັດ, ວິຖີ​ຊີວິດ; ຕັ້ງ​ໜ້າ​​ແອບ​ກາຍ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ. ຂະ​ບວນການ​ດັ່ງກ່າວ​​ໂດຍຄະນະ​ຊາວ​ໜຸ່ມນະຄອນ ​ແລະ ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ​ນະຄອນ​ສົມທົບ​ກັນຈັດ​ຕັ້ງ​ນັ້ນນັບແຕ່​ປີ 2011.

        ​ແລະ​ກໍ່​ໃນ​ຕອນ​ຄໍ່າ​ວັນ​ທີ 08/01, ສະມາຄົມ​ນັກ​ສຶກສາ​ນະ​ຄອນດ່າ​ນັ້ງ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 64 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ນັກຮຽນ, ນັກ​ສຶກສາ ​ແລະ ມອບ​ລາງວັນ​ນັກ​ສຶກສາ “5 ດີ”. ​ໃຫ້​ນັກ​ສຶກສາ​ທີ່​ດີ​ເດັ່ນ ​ໃນ​ນັ້ນ​ມີນັກ​ສຶກ 9 ຄົນ​ໄດ້​ຮັບນາມມະຍົດນັກ​ສຶກສາ “5 ດີ” ຂັ້ນ​ສູນ​ກາງ​ໃນ​ສົກ​ຮຽນ 2012 – 2013, ນັກ​ສຶກສາ 64 ຄົນ​ໄດ້​ຮັບນາມມະຍົດນັກ​ສຶກສາ “5 ດີ” ລະດັບນະຄອນ ​ແລະ ນັກ​ສຶກສາ​ 13 ຄົນໄດ້​ຮັບ​ລາງວັນ “ດາວ​ເດືອນ​ຈຽງ” ສົກ​ຮຽນ 2013 – 2014.

ຂ່າວ/ບົດ​ອື່ນ