ຈັດຕັ້ງສັບປະດາ “ຊັບສິນທາງປັນຍາ ຊຸກຍູ້ການເຄື່ອນໄຫວປ່ຽນໃໝ່ຢ່າງມີ ຫົວຄິດປະດິດສ້າງ”
(ພາບປະກອບ)
(vovworld) - ແຕ່ວັນທີ 22 – 26/04, ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດຕັ້ງສັບປະດາ “ຊັບສິນທາງປັນຍາ ຊຸກຍູ້ການເຄື່ອນໄຫວປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ” ເພື່ອແນໃສ່ໂຄສະນາກ່ຽວກັບຊັບສິນທາງປັນຍາໃນທົ່ວປະເທດ. ບັນດາການເຄື່ອນໄຫວພົ້ນເດັ່ນກ່ຽວຂ້ອງເຖິງກຳມະສິດພູມປັນຍາໄດ້ຈັດຂຶ້ນ, ໃນນັ້ນມີການເສັງ “ການອອກແບບ infographich ກ່ຽວກັບຊັບສິນທາງປັນຍາ”. ນັ້ນແມ່ນການເສັງອອກແບບສະແດງບັນດາຂໍ້ມູນຂ່າວສານດ້ວຍຮູບ; ສະໜອງຂໍ້ມູນສັບສົນຜ່ານການສະແດງໂດຍຫຍໍ້, ຈະແຈ້ງດ້ວຍສັນຍາລັກ, ແຜນທີ່ ແລະ ບັນດາບົດຂຽນເຕັກນິກ. ນອກຈາກນັ້ນ, ຍັງມີການເສັງ ແລະ ກອງປະຊຸມສຳມານາລາຍງານໝາກຜົນການເສັງ “ຄົ້ນຄວ້າວິທະຍາສາດຂອງນັກສຶກສາກ່ຽວກັບຊັບສິນທາງປັນຍາ”, ການເສງ “ຍົກສູງການປະດິດຄິດສ້າງ”...