ກ່ຳປັນລາດຕາເວນ ຈີນ ຢູ່ທະເລຮວາຕູງ
(ພາບ: AFP-TTXVN)
|
(vovworld) - ຕາມສຳນັກຂ່າວສານ ຊິນຮວາ ແລ້ວ, ວັນທີ 29/1, ກະຊວງປ້ອງກັນປະເທດ ຈີນ ປະກາດວ່າ: ປະເທດນີ້ ແລະ ຍີ່ປຸ່ນ ໄດ້ເຫັນດີເປັນເອກະສັນປະຕິບັດກົນໄກຄຸ້ມຄອງວິກິດການບົນທະເລ ແລະ ທາງອາກາດ ໂດຍໄວ. ກ່າວຄຳເຫັນໃນການປະຊຸມຂ່າວປະຈຳເດືອນ, ໂຄສົກກະຊວງປ້ອງກັນປະເທດ ຈີນ ທ່ານ ຢ໋າງຫວູຈ໋ວຽນ ໃຫ້ຮູ້ວ່າ: 2 ປະເທດບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບຫຼາຍຂົງເຂດໃນການເຈລະຈາໃນເດືອນນີ້ຢູ່ ໂຕກຽວ, ເຊິ່ງລວມມີຢັ້ງຢືນຄືນໃໝ່ບັນດາຂໍ້ຕົກລົງກ່ອນນັ້ນກ່ຽວກັບຈຸດໝາຍ, ລະບອບລະບຽບການ, ການເຄື່ອນໄຫວ ແລະ ບັນດາບັນຫາເຕັກນິກຂອງກົນໄກນີ້, ເຫັນດີເປັນເອກະສັນປ່ຽນຊື່ເປັນ “ກົນໄກຄຸ້ມຄອງວິກິດການບົນທະເລ ແລະ ທາງອາກາດ” ເພື່ອແນໃສ່ປະຕິບັດວຽກງານທາບທາມຄວາມເຫັນກ່ຽວກັບບັນຫາກ່ຽວຂ້ອງຢ່າງມີປະສິດທິຜົນ. 2 ຝ່າຍພ້ອມກັນຖືວ່າ: ບັນດາເງື່ອນໄຂເພື່ອປະຕິບັດກົນໄກນີ້ໄດ້ຮັບການຕອບສະໜອງ ແລະ ເຫັນດີເປັນເອກະສັນປະຕິບັດໃນໄລຍະໄວທີ່ສຸດ.