ໂຄສົກກະຊວງ ການຕ່າງປະເທດຈີນ ທ່ານ Hong Lei (ພາບ: AP)
|
Vovworld- ກ່າວຄຳເຫັນຕໍ່ວົງການນັກຂ່າວເມື່ອ ວັນທີ 20/7,ໂຄສົກກະຊວງ ການຕ່າງປະເທດຈີນ ທ່ານ Hong Lei ໄດ້ຢືນຢັນຄຳໝັ້ນສັນຍາຂອງຈີນ ແມ່ນມານະພະຍາຍາມພ້ອມກັບບັນດາປະເທດ ອາຊຽນ ຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ. ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Hong Lei ຊີ້ແຈ້ງວ່າ ຈີນພ້ອມແລ້ວ ກັບອາຊຽນ ປະຕິບັດຖະແຫຼງການ ກ່ຽວກັບ ວິທີການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ ( DOC ) ຢ່າງຮອບດ້ານ ແລະ ມີປະສິດທິຜົນ, ກໍຄືທາບທາມເພື່ອສ້າງຂໍ້ກຳນົດວ່າດ້ວຍ ວິທີການປະພຶດ ຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC).
ຂ່າວຍັງໃຫ້ຮູ້ວ່າ ໃນວັນດຽວກັນ, ລັດຖະມົນຕີການຕ່າງປະເທດມາເລເຊຍ ທ່ານ Anifah Aman ແລະ ຄູ່ຕ່ຳແໜ່ງຂອງຟີລິບປີນ ທ່ານ Albert Del Rosario ໄດ້ມີການເຈລະຈາຢູ່ນະຄອນຫຼວງມານີລາ, ໃນນັ້ນ 2 ຝ່າຍຖະແຫຼງສະໜັບ ສະໜູນ “ ຫຼັກການ 6 ຂໍ້ຂອງອາຊຽນກ່ຽວກັບບັນຫາທະເລຕາເວັນອອກ. ລັດຖະມົນຕີທັງ 2 ໄດ້ເຕື້ອງເຖິງກຳນົດທິດຂອງອາຊຽນ ພາຍຫຼັງກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ່ 45. 2 ຝ່າຍໄດ້ເປັນເອກະສັນກັນວ່າ ອາຊຽນຄວນຮ່ວມມືກັນຢ່າງແໜ້ນແຟ້ນກ່ວາເພື່ອບັນລຸຈຸດໝາຍສ້າງປະຊາຄົມອາຊຽນໃນປີ 2015 .